• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ໃຫ້ປະກົດຜົນເປັນຈິງ

ເພີ່ມທະວີການພົວພັນການເມືອງ - ການທູດຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜ່ານນັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ ແລະ ເຮັດໃຫ້ການພົວພັນລະຫວ່າງການນຳຂັ້ນສູງເລິກເຊິ່ງຂຶ້ນຕື່ມ.
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ ເກົາຫຼີ Choi Young Sam

ຕອນເຊົ້າວັນທີ 19 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ ເກົາຫຼີ Choi Young Sam.    

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ສະເໜີວ່າ ໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍ, ຫັນການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ໃຫ້ປະກົດຜົນເປັນຈິງ, ພິເສດ, ປະຕິບັດ “ໂຄງການກະທຳກ່ຽວກັບການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ” ທີ່ໄດ້ເຊັນກັນໃນເດືອນ ມິຖຸນາ 2023. ພ້ອມທັງ, ເພີ່ມທະວີການພົວພັນການເມືອງ - ການທູດຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ຜ່ານນັ້ນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈການເມືອງ ແລະ ເຮັດໃຫ້ການພົວພັນລະຫວ່າງການນຳຂັ້ນສູງເລິກເຊິ່ງຂຶ້ນຕື່ມ; ຜັນຂະຫຍາຍບັນດາກົນໄກຮ່ວມມື, ບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ. ທ່ານນາງຮອງປະທານປະເທດສອງປະເທດ ຫວັງວ່າ ສອງຝ່າຍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.  

ສ່ວນທ່ານເອກອັກຄະລັດຖະທູດ Choi Young Sam ເນັ້ນໜັກວ່າ: ການພົວພັນ ສ ເກົາຫຼີ - ຫວຽດນາມ ໝັ້ນໝາຍຄວາມມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ ເກົາຫຼີ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. ພ້ອມທັງ, ເປີດກ້ວາງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດໃໝ່, ຄື: ເຕັກໂນໂລຊີ, ນະວັດຕະກຳ, ການປ່ຽນແປງຂອງດິນຟ້າອາກາດ, ພະລັງງານໃໝ່ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top