• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ - ອິນ​ໂດ​ເນ​ເຊຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ສຳ​ຜັດ​ກັບ​ແຫຼ່ງວັກ​ຊິນ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 15 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ກ່ຽວກັບການຮ່ວມມືສອງຝ່າຍ ກໍຄືບັນດາບັນຫາຂອງພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ນະທີ່ນີ້, ການນຳສອງທ່ານໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບກັນ, ແບ່ງປັນບົດຮຽນໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ສຳຜັດກັບແຫຼ່ງວັກຊິນຢ່າງມີປະສິດທິຜົນ; ສືບຕໍ່ຊຸກຍູ້ບັນດາການແລກປ່ຽນ ແລະ ພົບປະຄະນະຜູ້ແທນຂັ້ນຕ່າງໆ ດ້ວຍຮູບແບບທີ່ເໝາະສົມ ແລະ ມີໄຫວພິບ; ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ຍູ້ແຮງການປະຕິບັດໂຄງການດຳເນີນງານ ໄລຍະ 2019 – 2023 ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ວິໄສທັດການຮ່ວມມືໃນດ້ານປ້ອງກັນຊາດລະຫວ່າງສອງຝ່າຍ ໄລຍະ 2017 – 2022.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດຫຼັງໂລກລະບາດ, ການນຳສອງທ່ານໃຫ້ຄຳໝັ້ນສັນຍາວ່າ ຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງສົມທົບກັນຍູ້ແຮງການແລກປ່ຽນການຄ້າ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ USD ຕາມທິດດຸ່ນດ່ຽງໂດຍໄວ; ຊຸກຍູ້ການເຈລະຈາຂີດຂັ້ນເຂດເສດຖະກິດຈຳເພາະ, ແກ້ໄຂບັນຫາທີ່ເກີດຂຶ້ນໃໝ່ບົນຈິດໃຈມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດ.

        ນອກຈາກນັ້ນ, ການນຳສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ ແລະ ສະຖານະການຢູ່ ມຽນມາ; ເຫັນດີເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຫຼາຍຝ່າຍ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top