• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕ້ານ​ການ​ກໍ່​ການ​ຮ້າຍ​ບົນ​ພື້​ນຖານ​ປະ​ຕິ​ບັດ​ຕາມ​ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ

ວັນທີ 24 ສິງຫາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍເພື່ອຮັບຟັງບົດລາຍງານຄັ້ງທີ 11 ຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຄວາມສ່ຽງກໍ່ການຮ້າຍຈາກບັນດາ ອົງການລັດອິດສະລາມ (IS) ອ້າງຊື່ເອງທີ່ ນາບຂູ່ສັນຕິພາບ, ຄວາມໝັ້ນຄົງສາກົນ.

ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນວ່າ ຫວຽດນາມກ່າວປະນາມລັດທິການກໍ່ການຮ້າຍໃນທຸກໆຮູບແບບ ແລະ ສະເໜີໃຫ້ບັນດາປະເທດ ເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງເຂດຊາຍແດນ, ຄວບຄຸມບັນດາຄວາມສ່ຽງບຸກໂຈມຕີ, ອຸປະຖຳການກໍ່ການຮ້າຍ; ທ່ານກໍ່ເນັ້ນໜັກວ່າ ຕ້ອງແກ້ໄຂຄວາມສ່ຽງກໍ່ການຮ້າຍຢ່າງຮອບດ້ານ, ລົບລ້າງບັນດາເງື່ອນໄຂສະດວກໃຫ້ແກ່ການກໍ່ການຮ້າຍ, ສ້າງເງື່ອນໄຂພັດທະນາເສດຖະກິດ, ແກ້ໄຂການປະທະກັນ, ສ້າງສະພາບແວດລ້ອມສັງຄົມທີ່ມີຄວາມສະເໝີພາບ, ສາມັກຄີ ແລະ ມີຄວາມສາມາດຕ້ານຄືນຄວາມສ່ຽງຫົວຮຸນແຮງ ແລະ ກໍ່ການຮ້າຍ.  ຫວຽດນາມໃຫ້ຄຳໝັ້ນສັນຍາຕ້ານການກໍ່ການຮ້າຍບົນພື້ນຖານກົດບັດ ສປຊ ແລະ ກົດໝາຍສາກົນ.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top