• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 300.000 ໂດ​ສ ຈາກ​ລັດ​ຖະ​ບານ ຣູ​ມາ​ນີ

ວັນທີ 25 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ໄດ້ດຳເນີນພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 Astra Zeneca ຊຶ່ງເປັນຂອງຂວັນຈາກລັດຖະບານ ຣູມາລີ ທີ່ມອບໃຫ້ຫວຽດນາມ.
ພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 Astra Zeneca ຊຶ່ງເປັນຂອງຂວັນຈາກລັດຖະບານ ຣູມາລີ ທີ່ມອບໃຫ້ຫວຽດນາມ (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງການນຳ, ລັດຖະບານ ແລະປະຊາຊົນ ຣູມານີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການນີ້. ພ້ອມທັງຕີລາຄາສູງຕໍ່ເລື່ອງ ຣູມານີ ແມ່ນໜຶ່ງໃນບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ທຳອິດ ທີ່ໄດ້ຕັດສິນໃຈມອບວັກຊິນໃຫ້ແກ່ ຫວຽດນາມ.

        ສ່ວນທ່ານນາງ Cristina Romila ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດ ອາຊີທຳອິດ ເຊິ່ງ ຣູມານີ ໃຫ້ການໜູນຊ່ວຍວັກຊິນ; ພ້ອມທັງຢັ້ງຢືນວ່າ ຣູມານີ ຈະສືບຕໍ່ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມ ແລະ ຍູ້ໂລກລະບາດຖອຍໄປໂດຍໄວ.

        ກໍກ່ຽວຂ້ອງເຖິງການຊ່ວຍເຫຼືອຫວຽດນາມ ຮັບມືກັບໂລກລະບາດ, ຫວ່າງມໍ່ໆມານີ້, ທະນາຄານໂລກ ແລະ ສະຖານບັນຄົ້ນຄວ້າພັດທະນາສັງຄົມ ຫາກໍລົງນາມໃນສັນຍາຊ່ວຍເຫຼືອລ້າ ທີ່ມີມູນຕ່າ 2,75 ລ້ານ USA ຈາກ ກອງທຶນພັດທະນາສັງຄົມ ຍີ່ປຸ່ນ ເພື່ອໜູນຊ່ວຍໂຄງການ “ເພີ່ມທະວີກຳລັງຄວາມສາມາດກຽມພ້ອມຮັບມືກັບໂລກລະບາດຢູ່ຂັ້ນຮາກຖານຂອງ ຫວຽດນາມ”. ໂຄງການດັ່ງກ່າວຈະສຸມໃສ່ເພີ່ມທະວີກຳລັງຄວາມສາມາດຂອງສຸກສາລາແຫ່ງຕ່າງໆ ໂດຍຜ່ານການໜູນຊ່ວຍອຸປະກອນການແພດໂດຍພື້ນຖານຈຳນວນໜຶ່ງ ແລະ ບັນດາທັກສະທີ່ຈຳເປັນ. ໄປຄຽງຄູ່ກັນນັ້ນ, ໂຄງການດັ່ງກ່າວກໍຊ່ວຍຮັບປະກັນການຮັກສາບັນດາການບໍລິການເບິ່ງແຍງສຸຂະພາບທີ່ຈຳເປັນໃນໄລຍະເກີດໂລກລະບາດອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ຫວຽດ​ນາມ​ແມ່ນ​ພື້​ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ຕະຫຼາດ​ພາຍ​ໃນ​ທີ່ກວ້າງ​ໃຫຍ່

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງແຈ້ງໃຫ້ຊາບແຜນນະໂຍບາຍໃຫຍ່ຂອງຫວຽດນາມ ໃນການສ້າງສອງສູນການເງິນຢູ່ນະຄອນ ໂຮ່ຈີມິນ ແລະ ດ່ານັ້ງ.

Top