• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນ​ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ສົນ​ທິ​ສັນ​ຍາ​ຂອງ UNESCO ຄືນ​ໃໝ່

ຢູ່ກອງປະຊຸມຄັ້ງນີ້, ຫວຽດນາມໄດ້ຮັບການດຳລົງເປັນສະມາຊິກອາຍຸການທີ 2 ຢ່າງລຽນຕິດ (2021-2025, 2025-2029) ແລະ ສະມາຊິກຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ.
ກອງປະຊຸມ (ພາບ: TTXVN)
ໃນລະຫວ່າງວັນທີ 18 – 20 ມິຖຸນາ, ຢູ່ສຳນັກງານຂອງອົງການ UNESCO ຢູ່ປາຣີ ໄດ້ດຳເນີນກອງປະຊຸມຄັ້ງທີ 10 ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາປີ 2005 ຂອງ UNESCO ກ່ຽວກັບການປົກປ້ອງ, ເສີມຂະຫຍາຍຄວາມຫຼາຍຮູບຫຼາຍແບບຂອງບ ວັດທະນະທຳ (ເວົ້າຫຍໍ້ວ່າ ສົນທິສັນຍາ 2005). ຢູ່ກອງປະຊຸມຄັ້ງນີ້, ຫວຽດນາມໄດ້ຮັບການດຳລົງເປັນສະມາຊິກອາຍຸການທີ 2 ຢ່າງລຽນຕິດ (2021-2025, 2025-2029) ແລະ ສະມາຊິກຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ. ນີ້ແມ່ນກໍລະນີທຳອິດນັບແຕ່ເວລາສົນທິສັນຍາ 2005 ໄດ້ສ້າງຕັ້ງຂຶ້ນທີ່ມີປະເທດໜຶ່ງເຂົ້າຮ່ວມ ຄະນະກຳມະການລະຫວ່າງລັດຖະບານ ສອງອາຍຸການຢ່າງລຽນຕິດ, ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ການຮັບຮູ້ຂອງບັນດາປະເທດສະມາຊິກຕໍ່ບັນດາຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມ ໃນການປະຕິບັດ ແລະ ຊຸກຍູບັນດາເປົ້າໝາຍຂອງສົນທິສັນຍາ, ກໍ່ຄືຕໍ່ບົດບາດ, ການປະກອບສ່ວນຢ່າງຕັ້ງໜ້າ, ຖານະບົດບາດ ແລະອິດທິພົນຊື່ສຽງຂອງ ຫວຽດນາມ ຢູ່ UNESCO.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top