• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄຂ​ສົກ​ຮຽນ​ໃໝ່ 2021 – 2022 ຕ​າມ​ຮູບ​ການ​ພິ​ເສດ ຊຶ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຂະແໜງສຶກສາພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກໂລກລະບາດໂຄວິດ - 19. ຕັດສິນໃຈໃຫ້ສົກຮຽນປີ 2021 – 2022 ແລະ ໄກກວ່ານັ້ນແມ່ນບໍ່ປະໃຫ້ນັກຮຽນຄົນໃດ, ພິເສດແມ່ນພວກນ້ອງນັກຮຽນທີ່ຢູ່ເຂດເກີດໂລກລະບາດ, ເຂດຫ່າງໄກສອກຫຼີກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກພາດໂອກາດຮ່ຳຮຽນ ຍ້ອນໂລກລະບາດ ແລະ ບໍ່ປະໃຫ້ພື້ນຖານການສຶກສາຂອງ ຫວຽດນາມ  ຍ້ອນໂລກລະບາດ ທີ່ບໍ່ສາມາດປະຕິບັດສຳເລັດຄຳໝັ້ນສັນຍາ, ບົດບາດສຳຄັນ ແລະ ພາລະກິດຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ.

ຕອນເຊົ້າວັນທີ 5 ກັນຍາ, ຫຼາຍແຂວງ, ນະຄອນ ໃນທົ່ວປະເທດຫວຽດນາມ ໄດ້ຈັດຕັ້ງພິທີໄຂສົກຮຽນໃໝ່ 2021 – 2022 ດ້ວຍຫຼາຍຮູບການທີ່ແຕກຕ່າງກັນ, ມີໄຫວພິບ ແລະ ສອດຄ່ອງກັບສະພາບການຂອງທ້ອງຖິ່ນ ແລະ ສະພາບໂລກລະບາດ. ໃນຈົດໝາຍຝາກເຖິງຂະແໜງສຶກສາ ເນື່ອງໃນໂອກາດໄຂສົກຮຽນໃໝ່ 2021 – 2022, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຂະແໜງສຶກສາພວມປະເຊີນໜ້າກັບສິ່ງທ້າທາຍທີ່ໃຫຍ່ຫຼວງຈາກໂລກລະບາດໂຄວິດ - 19. ຕັດສິນໃຈໃຫ້ສົກຮຽນປີ 2021 – 2022 ແລະ ໄກກວ່ານັ້ນແມ່ນບໍ່ປະໃຫ້ນັກຮຽນຄົນໃດ, ພິເສດແມ່ນພວກນ້ອງນັກຮຽນທີ່ຢູ່ເຂດເກີດໂລກລະບາດ, ເຂດຫ່າງໄກສອກຫຼີກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຖືກພາດໂອກາດຮ່ຳຮຽນ ຍ້ອນໂລກລະບາດ ແລະ ບໍ່ປະໃຫ້ພື້ນຖານການສຶກສາຂອງ ຫວຽດນາມ  ຍ້ອນໂລກລະບາດ ທີ່ບໍ່ສາມາດປະຕິບັດສຳເລັດຄຳໝັ້ນສັນຍາ, ບົດບາດສຳຄັນ ແລະ ພາລະກິດຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ.
(ພາບປະກອບ: VOV)

ຢູ່ບັນດາແຂວງທີ່ ໂຄວິດ - 19 ພວມແຜ່ລະບາດ ຄື ຮ່າໂນ້ຍ, ນະຄອນໂຮ່ຈິມິນ, ເກີ່ນເທີ… ພິທີໄຂສົກຮຽນໃໝ່ 2021 – 2022 ຖືກຈັດຂຶ້ນຕາມແບບທາງໄກຜ່ານຫຼາຍຊ່ອງທີ່ແຕກຕ່າງກັນ. ເຖິງວ່າ ນະຄອນໂຮ່ຈີມິນ ແມ່ນນະຄອນທີ່ຖືກຜົນສະທ້ອນຈາກໂລກລະບາດຢ່າງຮ້າຍແຮງກໍຕາມ ແຕ່ ພິທີໄຂສົກຮຽນໃໝ່ຍັງຖືກຈັດຂຶ້ນຢູ່ໂຮງຮຽນມັດທະຍົມຕອນປາຍ ເລຮົ່ງຟອງ ຢູ່ເມືອງ 5 ແລະ ໄດ້ຮັບການຖ່າຍທອດສົດຜ່ານລະບົບສື່ມວນຊົນ, ສື່ສັງຄົມ... ພາຍຫຼັງພິທີເຄົາລົບທຸງຊາດ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາຜູ້ທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19.

        ນ້ອງ ຟານເລແອັງຕ໊ວນ, ນັກຮຽນ ມໍ 7, ໂຮງຮຽນ ມັດທະຍົມຕອນປາຍ ບຸ່ຍຫືວເຫງຍະ (ເກີ່ນເທີ) ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຜ່ານສື່ສັງຄົມ ຢູທູບ ແບ່ງປັນວ່າ:

        “ພິທີໄຂສົກຮຽນໃໝ່ປີນີ້, ນ້ອງ ພ້ອມດ້ວຍຄອບຄົວໄດ້ເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດ ສະນັ້ນກໍຮູ້ສຶກປອດໄພກວ່າ. ຜ່ານການຖ່າຍທອດສົດພິທີໄຂສົກຮຽນໃໝ່ນີ້ ນ້ອງກໍຮູ້ສຶກສາວ່າ ສົກຮຽນໃໝ່ໄດ້ເລີ່ມຕົ້ນແລ້ວ ແລະ ນ້ອງຂໍໝັ້ນໝາຍຈະຮຽນໃຫ້ດີ, ເສັງໄດ້ຄະແນນດີ ທີ່ນ້ອງປາດຖະໜາ”.

        ຕອນເຊົ້າວັນທີ 5 ກັນຍາ, 5 ແຂວງເຂດພູດອຍທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ ຄື ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ ແລະ ອຽນບ໋າຍ ໄດ້ພ້ອມກັນຈັດຕັ້ງພິທີໄຂສົກຮຽນໃໝ່ຕາມຫຼາຍຮູບການທີ່ແຕກຕ່າງກັນ ນັບທັງການຈັດພິທີໄຂໂດຍກົງ ຕະຫຼອດຮອດແບບທາງໄກ. ນ້ອງ ຈິ່ງຊານຊານ, ນັກຮຽນ ປໍ 5, ໂຮງຮຽນປະຖົມ ກິມດົ່ງ, ນະຄອນ ອຽນບ໋າຍ, ແບ່ງປັນວ່າ:

        “ໃນຂະນະທີ່ຢູ່ຫຼາຍແຂວງອື່ນ, ໝູ່ເພື່ອນມາໂຮງຮຽນບໍ່ໄດ້ ຍ້ອນໂລກລະບາດໂຄວິດ - 19, ແຕ່ນ້ອງຍັງໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ເປັນປົກກະຕິຄືແນວນີ້, ນ້ອງຮູ້ສຶກວ່າ ຕົນເອງໂຊກດີຫຼາຍ ແລະ ສິ່ງດັ່ງກ່າວ ກໍເປັນຄວາມສະດວກໃຫ້ແກ່ການຮຽນຂອງນ້ອງທີ່ສຸດ”.

        ສົກຮຽນ 2021 – 2022, ຫວຽດນາມ ມີນັກຮຽນ, ນັກສຶກສາກວ່າ 24 ລ້ານຄົນ ໄດ້ກ້າວເຂົ້າສູ່ສົກຮຽນໃໝ່. ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ກຳນົດວ່າ ນີ້ແມ່ນສົກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ທົ່ວຂະແໜງສຶກສາ ຕ້ອງຮັບມືຢ່າງມີໄຫວພິບ.

 
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top