• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ດີ​ຈີ​ຕອນ

ເວທີປາໄສນະໂຍບາຍດ້ວຍຫົວຂໍ້ “ຫວຽດນາມ ເປັນເຈົ້າການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດໃນສັງກາດໃໝ່”, ໂດຍສູນນະວັດຕະກຳແຫ່ງຊາດ (NIC) ສົມທົບກັບ Aitomatic, ອາເມລິກາ ຈັດຂຶ້ນໃນວັນທີ 14 ມີນາ, ຢູ່ຮ່າໂນ້ຍ.
ເວທີປາໄສ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳຂັ້ນສູງ, ນັກຊ່ຽວຊານດ້ານເຕັກໂນໂລຢີ, ນັກວາງແຜນກຳນົດນະໂຍບາຍ ແລະ ບັນດາວິສາຫະກິດ ຫວຽດນາມ ແລະ ຕ່າງປະເທດໄດ້ເຂົ້າຮ່ວມ.

ເມື່ອກ່າວຄໍຳເຫັນໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືຂົງເຂດປັນຍາປະດິດ (AI) ແລະ ອຸດສາຫະກຳເຄິ່ງຊັກນຳໄຟຟ້າແມ່ນກຳລັງໜູນການເຕີບໂຕຕົ້ນຕໍ ດ້ວຍເປົ້າໝາຍຮອດປີ 2045, ຫວຽດນາມ ຈະກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ເພື່ອພັດທະນາອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ, ຫວຽດນາມ ພວມຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນ, ຕ້ອງຮ່ວມມື, ປະສານສົມທົບ ແລະ ການແບ່ງປັນຈາກບັນດາຄູ່ຮ່ວມມື. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ (ພາບ: nhandan.vn)

“ຫວຽດນາມ ປາດຖະໜາໃຫ້ ບັນດາຄູ່ຮ່ວມມື, ນັກລົງທຶນຕ່າງປະເທດ ປະກອບສ່ວນເປັນທີ່ປຶກສາກ່ຽວກັບວິທີການສຳຜັດ, ຈິນຕະນາການ,  ວິໄສທັດ, ເປົ້າໝາຍຮັບປະກັນໃຫ້ສອດຄ່ອງກັບສະພາບການ ຫວຽດນາມ, ສະພາບການໂລກ, ມີຄວາມເປັນໄປໄດ້, ມີປະສິດທິຜົນ; ປະກອບຄຳເຫັນປັບປຸງລະບອບລະບຽບການໃຫ້ສົມບູນແບບ, ຫຼຸດຜ່ອນບັນດາລະບຽບການບໍລິຫານທີ່ຊ້ຳກັນ ຫຼື ບໍ່ຈຳເປັນ, ຍົກອອກບັນດາຂໍ້ກຳນົດໄວທີ່ສຸດເພື່ອຫຼຸດຜ່ອນລາຍຈ່າຍໃຫ້ແກ່ປະຊາຊົນ, ວິສາຫະກິດ ຍິ່ງຫຼາຍກໍຍິ່ງດີ. ພວກຂ້າພະເຈົ້າກໍສະເໜີໃຫ້ບັນດາຄູ່ຮ່ວມມືໜູນຊ່ວຍດ້ານການເງິນ ເຊັ່ນ ໃຫ້ກູ້ຢືມທຶນດ້ວຍອັດຕາດອກເບ້ຍບຸລິມະສິດ ຮັບປະກັນປະສິດທິຜົນ, ຄວາມສອດຄ່ອງ; ຊ່ວຍ ຫວຽດນາມ ສ້າງບັນດາກອງເງິນລົງທຶນ, ພັດທະນາສູນການເງິນ, ຍົກລະດັບຕະຫຼາດອະສັງຫາລິມະຊັບ, ດຶງດູດນັກລົງທຶນໂດຍກົງ ແລະ ທາງອ້ອມ.”

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຊຸກ​ຍູ້​ການ​ຮ່ວມ​ມື​ຫວຽດ​ນາມ - EIB ໃນ​ການ​ໜູນ​ຊ່ວຍ​ສິນ​ເຊື່ອ​​ໂຄງ​ການ​ພະ​ລັງ​ງານ​ສີ​ຂຽວ

ຕອນບ່າຍວັນທີ 13 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Nicola Beer, ຮອງປະທານທະນາຄານລົງທຶນເອີລົບ (EIB).

Top