• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຄນຢາ ນາງ Soipan Tuya (ພາບ: TTXVN)

ຕອນເຊົ້າວັນທີ 16 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຄນຢາ ນາງ Soipan Tuya ເນື່ອງໃນໂອກາດມາເຂົ້າຮ່ວມ ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການພັດທະນາສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G)  ຄັ້ງທີ 4 ຢູ່ ຮ່າໂນ້ຍ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງຝ່າຍ ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນໆ.

ສ່ວນທ່ານລັດຖະມົນຕີ ນາງ Soipan Tuya ໄດ້ມອບຈົດໝາຍຂອງທ່ານ ປະທານາທິບໍດີ ແຄນຢາ William Ruto ເຖີງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຊິ່ງສະແດງສານປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ. ທ່ານລັດຖະມົນຕີ ໃຫ້ຮູ້ວ່າ ການຫັນເປັນດີຈີຕອນແມ່ນໜຶ່ງໃນບັນດາບຸລິມະສິດໃນວິວັດການພັດທະນາເສດຖະກິດ - ສັງຄົມມຸ່ງໄປເຖິງການນຳແຄນຢາກາຍເປັນສູນການເງິນ ແລະ ເຕັກໂນໂລຢີຂອງອາບຟຼິກກາ, ທ່ານຢັ້ງຢືນພ້ອມແລ້ວທີ່ຈະແລກປ່ຽນເພື່ອຮ່ວມມືກັບ ຫວຽດນາມ ຢ່າງມີປະສິດທິຜົນກ່ຽວກັບການຫັນເປັນດີຈີຕອນ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ອັດ​ກອງ​ປະ​ຊຸມ​ສຸດຍອດ P4G: ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ສອງ​ສະ​ບັບ​ກ່ຽວ​ກັບ​ການ​ຫັນ​ປ່ຽນ​ສີ​ຂຽວ​ແບບ​ຍືນ​ຍົງ

ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ກອງປະຊຸມສຸດຍອດເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 4 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 4 ວັນ (14/4 - 17/4).

Top