• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອາ​ຊຽນ ຫວັງ​ວ່າ​ຈະ​ກັບ​ມາ​ເປັນ​ຈຸດ​ນັດ​ພົບ​ແຖວ​ໜ້າ​ຂອງ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​

ການຮ່ວມມື ແລະ ພົບປະແລກປ່ຽນການທ່ອງທ່ຽວລະຫວ່າງອາຊຽນ ກັບຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ (ASEAN+3) ຈະໄດ້ຮັບການຟື້ນຟູໂດຍໄວ, ຫວຽດນາມ ແລະ ອາຊຽນຫວັງວ່າຈະກັບມາເປັນຈຸດນັດພົບແຖວໜ້າຂອງແຂກທ່ອງທ່ຽວ. ເຂົ້າຮ່ວມກອງປະຊຸມອົງການທ່ອງທ່ຽວແຫ່ງຊາດ ອາຊຽນ + 3 ຄັ້ງທີ 42 ຢູ່ນະຄອນ Yogykarta, ປະເທດອິນໂດເນເຊຍ, ທ່ານຮອງຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ຮ່າວັນຊຽວ ເນັ້ນໜັກວ່າ: ເພື່ອພ້ອມກັນຊຸກຍູ້ການຮ່ວມມືທ່ອງທ່ຽວ ລະຫວ່າງ ອາຊຽນ + 3, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າຈະສົມທົບກັບທຸກປະເທດສະມາຊິກຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍແຜນການປະຕິບັດວຽກງານການທ່ອງທ່ຽວ ອາຊຽນ + 3 ໄລຍະ 2021 – 2025 ແລະ ມານະພະຍາຍາມເພື່ອນຳໝາກຜົນທີ່ດີງາມມາໃຫ້ບັນດາໂຄງການ ແລະ ການເຄື່ອນໄຫວລວມກ່ຽວກັບການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top