• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະມີການເຮັດວຽກກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ສຸມໃສ່ປຶກສາຫາກລື ແລະ ຕົກລົງເປັນເອກະພາບກ່ຽວກັບບັນດາໂຄງການເຄື່ອນໄຫວໃຫ້ແກ່ປີສະເຫຼີມສະຫຼອງ ກໍຄື ເຮັດແຈ້ງການກຳນົດທິດໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຈະມາເຖິງ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານລັດຖະມົນຕີ  ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025. 

 

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui Yong ໃນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 21-23/6/2021

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui – yong ແລະ ທ່ານເລຂາທິການໃຫຍ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) Mathias Cormann, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຈະຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ລາຍການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ແຕ່ວັນທີ 9 – 11 ກຸມພາ. ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ເປັນຄັ້ງທຳອິດຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຮອບເວລາ 5 ປີຜ່ານມາ. ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຈະມີການເຮັດວຽກກັບວົງການເຈົ້າໜ້າທີ່ ສ.ເກົາຫຼີ, ສຸມໃສ່ປຶກສາຫາກລື ແລະ ຕົກລົງເປັນເອກະພາບກ່ຽວກັບບັນດາໂຄງການເຄື່ອນໄຫວໃຫ້ແກ່ປີສະເຫຼີມສະຫຼອງ ກໍຄື ເຮັດແຈ້ງການກຳນົດທິດໃຫ້ແກ່ສາຍພົວພັນສອງຝ່າຍໃນໄລຍະຈະມາເຖິງ ເຊິ່ງການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບ. ທ່ານລັດຖະມົນຕີ  ບຸ່ຍແທັງເຊີນ ຈະເຂົ້າຮ່ວມລາຍການ ອາຊີຕາເວັນອອກສ່ຽງໃຕ້ຂອງ OECD, ໂດຍ ສ. ເກົາຫຼີ ເປັນປະທານ, ໃນຖານະເປັນປະທານຮ່ວມຂອງລາຍການໃນໄລຍະ 2022 – 2025. ນອກຈາກນັ້ນ, ຕາງໜ້າໃຫ້ຫວຽດນາມ ໃນບົດບາດເປັນປະເທດປະສານງານການຮ່ວມມື ອາຊຽນ - ສ.ເກົາຫຼີ ໄລຍະ 2020 – 2023, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍຈະປຶກສາຫາລືກັບບັນດາຄູ່ຮ່ວມມື ສ.ເກົາຫຼີ ກ່ຽວກັບຫົວຂໍ້ນີ້.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top