• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ນີ​ເຊ​ເຣຍ ຊຸ​ກ​ຍູ້ການ​ຮ່ວມ​ມື​ສອງ​ຝ່າຍ

ຕອນເຊົ້າວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo.
  (ພາບ: TTXVN)  

ໂດຍໄດ້ຮັບຕຳເຊີນຂອງທ່ານນາງຮອງປະທານປະເທດຫວຽດນາມ ຫວໍ້ທິແອັງຊວັນ, ວັນທີ 5 ທັນວາ, ທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຕອນເຊົ້າວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ຫວໍ້ທິແອັງຊວັນ ໄດ້ຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານຮອງປະທານນາທິບໍດີ ນີເຊເຣຍ Yemi Osinbajo.

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດລະອຽດ ເພື່ອຊຸກຍູ້ການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນຊື່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍຊົມເຊີຍເລື່ອງເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານການປ້ອງກັນຊາດ ໃນຂອບເຂດການຢ້ຽມຢາມ; ຊຸກຍູ້ການເຈລະຈາ, ເຊັນບັນດາສັນຍາວ່າດ້ວຍການສົ່ງເສີມ ແລະ ອາລັກຂາການລົງທຶນ, ຫລີກເວັ້ນການເກັບພາສີຊ້ອນ ແລະ ບັນດາເອກະສານຂະແໜງສະເພາອື່ນໆ ເພື່ອແນໃສ່ປັບປຸງຂອບເຂດນິຕິກຳ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບບາງບັນຫສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີເປັນເອກະພາບທັດສະນະແກ້ໄຂບັນດາບັນຫາໃນພາກພື້ນ ແລະ ໂລກໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top