ໃນການພົບປະເຈລະຈາຢ່າງເປັນທາງການ ກັບທ່ານ ພົນຕີ Lázaro Alberto Álvarez Casa ກຳມະການກົມການເມືອງ, ລັດຖະມົນຕີກະຊວງພາຍໃນກຸຍບາ, ສອງປະເທດແລກປ່ຽນ, ຕີລາຄາໝາກຜົນຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນກຸຍບາ ທີ່ໄດ້ຮັບການລົງນາມແຕ່ປີ2018 ແລະ ສະພາບການຮ່ວມມືລະຫວ່າງສອງອົງການໃນໄລຍະມໍ່ໆມານີ້.
ສອງຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືເພື່ອແບ່ງປັນບົດຮຽນປະສົບການສ້າງກຳລັງ, ການກວດກາ, ຕິດຕາມກວດກາ, ສຶກສາບຳລຸງສ້າງ ແລະ ຄຸ້ມຄອງການເຂົ້າອອກເມືອງ ປະກອບສ່ວນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມຂອງແຕ່ລະປະເທດ, ເພີ່ມທະວີການແລກປ່ຽນຄະນະປະຕິບັດງານທຸກຂັ້ນແລະ ນັກຊ່ຽວຊານໃນຫຼາຍຂົງເຂດຮ່ວມມື, ພ້ອມທັງສືບຕໍ່ຍູ້ແຮງການປະຕິບັດບັນດາເນື້ອໃນຂໍ້ຕົກລົງທີ່ໄດ້ຮັບການເຫັນດີເປັນເອກະພາບລະຫວ່າງສອງກະຊວງ.







