• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ໂກງ​ທາງ​ອິນ​ເຕີ​ເນັດ

ທ່ານລັດຖະມົນຕີ Chhay Sinarit ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເຄື່ອນໄຫວຂອງຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດ; ໂດຍໃຫ້ຮູ້ວ່າ ມີຄວາມພ້ອມໃນການສົມທົບກັບ ຫວຽດນາມ ເພື່ອໜູນຊ່ວຍກັນຈັດສົ່ງພົນລະເມືອງກັບຄືນເມືອປະເທດ; ສະໜັບສະໜູນຂໍ້ສະເໜີ ສ້າງໂທລະສັບສາຍດ່ວນ ແລະ ກຸ່ມປະຕິບັດງານສອງຝ່າຍບົນພື້ນຖານກົນໄກແລກປ່ຽນຂໍ້ມູນລະຫວ່າງ ຄະນະເລຂາຄະນະກຳມະການ ກັບຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ກຳປູເຈຍ.
ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ ແລະ ທ່ານ Chhay Sinarit ລັດຖະມົນຕີຂັ້ນສູງ, ຫົວໜ້າຄະນະເລຂາຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດຂອງ ກຳປູເຈຍ

ວັນທີ 23 ກໍລະກົດ, ທ່ານ Chhay Sinarit ລັດຖະມົນຕີຂັ້ນສູງ, ຫົວໜ້າຄະນະເລຂາຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດຂອງ ກຳປູເຈຍ ແລະ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນມິງຫວູ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນດາບາດກ້າວຕໍ່ໄປ ເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າໃນບັ້ນຕໍ່ສູ້ຕ້ານບັນດາການເຄື່ອນໄຫວສໍ້ໂກງທາງອິນເຕີເນັດ, ເຊິ່ງເປັນສິ່ງທ້າທາຍຮ້າຍແຮງສຳລັບ ກຳປູເຈຍ ເວົ້າສະເພາະ ແລະ ເຂດອາຊີຕາເວັນອອກສ່ຽງໃຕ້ເວົ້າລວມ.

        ໃນການເຮັດວຽກ, ທ່ານລັດຖະມົນຕີ Chhay Sinarit ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການເຄື່ອນໄຫວຂອງຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດ; ໂດຍໃຫ້ຮູ້ວ່າ ມີຄວາມພ້ອມໃນການສົມທົບກັບ ຫວຽດນາມ ເພື່ອໜູນຊ່ວຍກັນຈັດສົ່ງພົນລະເມືອງກັບຄືນເມືອປະເທດ; ສະໜັບສະໜູນຂໍ້ສະເໜີ ສ້າງໂທລະສັບສາຍດ່ວນ ແລະ ກຸ່ມປະຕິບັດງານສອງຝ່າຍບົນພື້ນຖານກົນໄກແລກປ່ຽນຂໍ້ມູນລະຫວ່າງ ຄະນະເລຂາຄະນະກຳມະການ ກັບຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ  ກຳປູເຈຍ. ໂດຍຊົມເຊີຍ ແລະ ຕີລາຄາສູງຄວາມຕັດສິນໃຈຂອງລັດຖະບານ ກຳປູເຈຍ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານນາຍົກລັດຖະມົນຕີ Samdech Thipadei Hun Manet, ໃນການສ້າງຕັ້ງຄະນະກຳມະການຕ້ານການສໍ້ໂກງທາງອິນເຕີເນັດ, ທ່ານເອກອັກຄະລັດຖະທູດ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມມືກັບ ກຳປູເຈຍ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາທີ່ເປັນໄພດັ່ງກ່າວ, ພ້ອມແລ້ວທີ່ຈະສົມທົບກັນສະກັດກັ້ນການເຂົ້າເມືອງແບບຜິດກົດໝາຍ, ປົກປ້ອງບັນດາຜູ້ປະສົບເຄາະຮ້າຍຂອງອາດຊະຍາກຳສໍ້ໂກງທາງອິນເຕີເນັດ ແລະ ການຄ້າມະນຸດ.

(ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາ ຫວຽດ​ນາມ ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ໂລກ

ນັກ​ສຶກ​ສາ ຫວຽດ​ນາມ ສ້າງ​ຜົນ​ງານ​ດີ​ເດັ່ນ​ໃນ​ງານ​ແຂ່ງ​ຂັນ​ເຕັກ​ໂນ​ໂລ​ຊີ​ລະ​ດັບ​ໂລກ

ນັກ​ສຶກ​ສາ ຫວຽດ​ນາມ 5 ຄົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ FPT ຮ່າ​ໂນ້ຍ ແລະ ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີ​ໄປ​ສະ​ນີ​ໂທ​ລະ​ຄົມ​ມະ​ນາ​ຄົມ, ແບ່ງ​ປັນ 2 ທິມ ແລະ ທັງ​ 2 ທິມ​ລ້ວນ​ແຕ່​ຍາດ​ໄດ້​ລາງວັນ​.

Top