• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແມ່ນ​ບ່ອນ​ອີງ​ໃນ ອາ​ຊຽນ ​ສຳ​ລັບ​ນະ​ໂຍ​ບາຍເຄື່ອນ​ໄຫວ​ມຸ່ງ​ໄປ​ທ​າງທິດ​ຕາ​ເວັນ​ອອກ ຂອງ ອິນ​ເດຍ

ຫວຽດນາມ ແມ່ນບ່ອນອີງໃນ ອາຊຽນ ເພື່ອໃຫ້ ອິນເດຍ ປະຕິບັດນະໂຍບາຍເຄື່ອນໄຫວມຸ່ງໄປທາງທິດຕາເວັນອອກຂອງຕົນ. ຖ້າຫາກບໍ່ມີການໜູນຊ່ວຍ ແລະ ຮ່ວມມືຢ່າງຕັ້ງໜ້າຂອງ ຫວຽດນາມ, ອິນເດຍ ຈະມີຂໍ້ຈຳກັດຫຼາຍຢ່າງໃນການຜັນຂະຫຍາຍຫຼາຍໂຄງການໃນນະໂຍບາຍນີ້.
ທ່ານປະລິນຍາເອກ Raijaram Panda (ພາບ: TTXVN)

ອິນເດຍ ແລະ ຫວຽດນາມ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນຫຼາຍກວ່າໃນບັນດາຂົງເຂດການເມືອງ ແລະ ເສດຖະກິດ, ເຊິ່ງແມ່ນຂົງເຂດທີ່ທັງສອງປະເທດໄດ້ເຫັນປະຈັກຕາການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າ ແລະ ເປັນພື້ນຖານລວມເພື່ອຍົກລະດັບການພົວພັນລະຫວ່າງສອງຝ່າຍກວ່າອີກ. ນີ້ແມ່ນຂໍ້ສັງເກດຂອງທ່ານປະລິນຍາເອກ Raijaram Panda, ນັກຄົ້ນຄວ້າຂັ້ນສູງຢູ່ ຫໍພິພິທະພັນ ແລະ ຫໍສະໝຸດອະນຸສອນສະຖານ Nehru, ອົງການທີ່ປຶກສາຂຶ້ນກັບກະຊວງວັດທະນະທຳ ອິນເດຍ ໃນການຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ປະຈຳ New Delhi ເນື່ອງໃນໂອກາດທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢ້ຽມຢາມ ອິນເດຍ ແຕ່ວັນທີ 15 – 19 ທັນວາ ຢ່າງເປັນທາງການ.

        ຕາມທ່ານປະລິນຍາເອກ Raijaram Panda ແລ້ວ, ການຢ້ຽມຢາມ ອິນເດຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຄັ້ງນີ້ ໄດ້ສົ່ງສານຢ່າງແຮງວ່າ ອິນເດຍ ແລະ ຫວຽດນາມ ມີທັດສະນະຄ້າຍຄືກັນໃນຫຼາຍບັນຫາຂອງພາກພື້ນ, ສອງຝ່າຍໄດ້ ແລະ ກຳລັງຮ່ວມມືຢ່າງແໜ້ນແຟ້ນໃນສະພາບການພາກພື້ນ ແລະ ໂລກມີການຜັນແປຫຼາຍຢ່າງ.

        ກ່ຽວກັບບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນນະໂຍບາຍມຸ່ງໄປທາງທິດຕາເວັນອອກຂອງ ອິນເດຍ, ທ່ານປະລິນຍາເອກ Raijaram Panda ຢັ້ງຢືນວ່າ ຫວຽດນາມ ແມ່ນບ່ອນອີງໃນ ອາຊຽນ ເພື່ອໃຫ້ ອິນເດຍ ປະຕິບັດນະໂຍບາຍເຄື່ອນໄຫວມຸ່ງໄປທາງທິດຕາເວັນອອກຂອງຕົນ. ຖ້າຫາກບໍ່ມີການໜູນຊ່ວຍ ແລະ ຮ່ວມມືຢ່າງຕັ້ງໜ້າຂອງ ຫວຽດນາມ, ອິນເດຍ ຈະມີຂໍ້ຈຳກັດຫຼາຍຢ່າງໃນການຜັນຂະຫຍາຍຫຼາຍໂຄງການໃນນະໂຍບາຍນີ້.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top