ຂ່າວສານ
ຫວຽດນາມ - ແບບຢ່າງທີ່ດີຂອງວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄູນຄ່າມໍລະດົກໂລກ
ວັນທີ 24 ກໍລະກົດ, ຢູ່ກອງປະຊຸມຄັ້ງທີ 46 ຂອງ ຄະນະກຳມະການມໍລະດົກໂລກ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ New Delhi, ອິນເດຍ, ທ່ານປະທານຄະນະກຳມະການມໍລະດົກໂລກ ໄດ້ຮັບຮອງເອົາຂໍ້ຕົກລົງ ເຫັນດີຢ່າງເປັນທາງການກັບບັນດາເນື້ອໃນທີ່ຫວຽດນາມ ສະເໜີກ່ຽວກັບການກຳນົດທິດ, ວິໄສທັດການຄົ້ນຄ້ວາ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກໂລກ ເຂດ ພະລາຊະວັງ ແທັງລອງ.
ຄະນະກຳມະການມໍລະດົກໂລກ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຜົນສຳເລັດ ເຊິ່ງ ຫວຽດນາມບັນລຸໄດ້ໃນວິວັດການປະຕິບັດບັນດາຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ນັບແຕ່ເວລາມໍລະດົກໄດ້ຮັບການຈົດທະບຽນແຕ່ປີ 2010 ມາຮອດປັດຈຸບັນ. ທ່ານ ຮ່າກິມງອກ ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ຢັ້ງຢືນຄວາມໝາຍພິເສດຂອງເອກະສານ “ບຸລິມະສິດຂອງທຸກບຸລິມະສິດ”, ທ່ານເນັ້ນໜັກວ່າ ບັນດາສະມາຊິກຄະນະກຳມະການມໍລະດົກໂລກ ຕີລາຄາສູງຈິດໃຈ ເຄັ່ງຄັດ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຮ່ວມມື, ຮ່ວມເດີນທາງກັບ ສູນມໍລະດົກໂລກ, ICOMOS ເພື່ອປະຕິບັດຄວາມມຸ່ງຫວັງຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງບົນພື້ນຖານຮັບປະກັນຄວາມຖືກຕ້ອງຕາມບັນດາຂໍ້ກຳນົດຂອງສົນທິສັນຍາ ມໍລະດົກໂລກ, ປະຕິບັດຕາມຄຳໝັ້ນສັນຍາຂອງ ຫວຽດນາມ, ເສີມຂະຫຍາຍຄຸນຄ່າພົ້ນເດັ່ນທົ່ວໂລກຂອງມໍລະດົກໃຫ້ຫຼາຍກ່ວາອີກ.