• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ UNDP, WHO ໃນ​ການ​ປັບ​ປຸງ​ຄຸນ​ນະ​ພາບ​ອາ​ກາດ

ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ.
  ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ຫວຽດນາມ (ພາບ: VGP)  

ຕອນເຊົ້າວັນທີ 11 ມີນາ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ຢູ່ ຫວຽດນາມ, ແລະ ທ່ານນາງ Angela Pratt ຫົວໜ້າຜູ້ຕາງໜ້າອົງການອະນາໄມໂລກ (WHO) ຢູ່ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືໃນການປັບປຸງຄຸນນະພາບອາກາດ.

ທີ່ການຕ້ອນຮັບ, ຜູ້ຕາງໜ້າ UNDP ແລະ WHO ໃຫ້ຮູ້ວ່າ ສອງຝ່າຍພວມສຸມໃສ່ໜູນຊ່ວຍ ຫວຽດນາມ ໃນ 5 ຂົງເຂດຫຼັກທີ່ກ່ຽວຂ້ອງເຖິງການມົນລະພິດອາກາດ, ລວມມີ: ສ້າງນະໂຍບາຍ ແລະ ຂອບນິຕິກຳໃຫ້ສົມບູນ, ສ້າງລະບົບສັງເກດ ແລະ ແຈ້ງເຕືອນໂດຍໄວ; ຄົ້ນຄ້ວາ ແລະ ກວດນັບການປ່ອຍອາຍພິດ, ໂຄສະນາ, ຍົກສູງຄວາມຮັບຮູ້ຂອງວົງຄະນະຍາດ. ທ່ານນາງ Ramla Khalidi ຢັ້ງຢືນວ່າ ເຖິງວ່າແຫຼ່ງກຳລັງໃນປັດຈຸບັນຍັງຈຳກັດ ຍ້ອນສະພາບການທົ່ວໂລກມີການຜັນແປຫຼາຍຢ່າງ, ແຕ່ UNDP ຍັງມານະພະຍາຍາມລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ ເພື່ອແນໃສ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມປັບປຸງຄຸນນະພາບອາກາດຢູ່ ຫວຽດນາມ ຢ່າງແທດຈິງ.

ໂດຍຕີລາຄາສູງບັນດາການໜູນຊ່ວຍຂອງ UNDP ແລະ WHO, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບ UNDP ແລະ WHO ຢ່າງແໜ້ນແຟ້ນ, ພ້ອມກັນແລກປ່ຽນ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືໃໝ່ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ

Top