• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ເລືອກ​ຕັ້ງຈະ​ມາ​ເຖິງ ຢູ່ ໂຊ​ມາ​ລີ

ວັນທີ 18 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຮັບຟັງການລາຍງານກ່ຽວກັບສະພາບການຢູ່ ໂຊມາລີ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດການໜູນຊ່ວຍ ຂອງ ສປຊ ຢູ່ ປະເທດນີ້ (UNSOM).
ກອງປະຊຸມ ຂອງສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕີລາຄາ ບາດກ້າວພັດທະນາຢ່າງຕັ້ງໜ້າໃນຫວ່າງມໍ່ໆມານີ້, ພິເສດແມ່ນ ເລື່ອງສະພາສູງ ໄດ້ເລືອກຕັ້ງ ຄົບ 54 ທີ່ນັ່ງ. ຜູ້ຕາງໜ້າ ຫວຽດນາມ ໄດ້ເນັ້ນໜັກວ່າ ໄລຍະທ້າຍປີ 2021 ແລະຕົ້ນປີ 2022 ສວມບົດບາດຕັດສິນຊີ້ຂາດ ຕໍ່ໂຊມາລີ ໃນການເລືອກຕັ້ງ ສະພາແຫ່ງຊາດ ແລະ ປະທານາທິບໍດີ, ທ່ານນາງ ຫວັງວ່າ ບັນດາຝ່າຍ ທີ່ກ່ຽວຂ້ອງຈະບັນລຸໄດ້ຄວາມເຫັນດີເຫັນພ້ອມດ້ານການເມືອງ ແລະ ຈັດຕັ້ງການເລືອກຕັ້ງຕາມເວລາກຳນົດ.

ຜູ້ຕາງໜ້າ ຫວຽດນາມ ໄດ້ເນັ້ນໜັກວ່າ ວິວັດການດ້ານການເມືອງ ໂດຍ ໂຊມາລີເປັນເຈົ້າ ແລະ ນຳພາ ຄວນຄິດໄລ່ເຖິງ ຄວາມມຸ່ງຫວັງ ແລະ ຄວາມສົນໃຈຂອງ ທຸກຝ່າຍ, ໃນນັ້ນຕ້ອງຮັບປະກັນໃຫ້ມີຜູ້ຕາງໜ້າຂອງ ແມ່ຍິງ, ຊາວຊົນເຜົ່າສ່ວນໜ້ອຍ ແລະ ໄວໜຸ່ມ ຢ່າງຄົບຖ້ວນ.

ເນື່ອງໃນໂອກາດນີ້, ຫວຽດນາມ ຮຽກຮ້ອງໃຫ້ຄູ່ຮ່ວມມືສາກົນ ເພີ່ມທະວີການໜູນຊ່ວຍດ້ານມະນຸດສະທຳ ໃຫ້ແກ່ລັດຖະບານ ໂຊມາລີ ໃນການຫຼຸດຜ່ອນຜົນກະທົບ ດ້ານເສດຖະກິດ - ສັງຄົມ ຍ້ອນການນາບຂູ່, ສິ່ງທ້າທາຍ ຈາກ ໄພຕັກແຕນ, ນ້ຳຖ້ວມ,  ໄພແຫ້ງແລ້ງ ແລະ ໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top