ຂ່າວສານ ຫວຽດນາມ ຮຽກຮ້ອງຢຸດຕິການປະທະກັນ, ປົກປ້ອງຄວາມໝັ້ນຄົງໃນການເດີນເຮືອຢູ່ພາກພື້ນຕາເວັນອອກກາງ 18/04/2026 ວັນທີ 16 ເມສາ, ຢູ່ສຳນັກງານສປຊ ຢູ່ນິວຢອກ, ອາເມລິກາ ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ ສປຊ ເພື່ອປຶກສາຫາລືກ່ຽວກັບສະພາບການພາກພື້ນຕາເວັນອອກກາງ. ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: UN) ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຫຼັກໝັ້ນ ແລະ ຄວາມສົນໃຈລວມຂອງ ອາຊຽນ ຕໍ່ສະພາບການຢູ່ພາກພື້ນຕາເວັນອອກກາງ, ໂດຍສະແດງໃຫ້ເຫັນຜ່ານກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດ ແລະ ຖະແຫຼງການຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບບັນຫານີ້ໃນຫວ່າງມໍ່ໆມານີ້. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະຫງັບໃຈຢ່າງສຸດຂີດ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ບໍ່ນາບຂູ່ ຫຼືນຳໃຊ້ກຳລັງອາວຸດ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານເນັ້ນໜັກວ່າການໂອ້ລົມສົນທະນາທີ່ມີເຈດຕະນາດີ ແມ່ນເສັ້ນທາງໜຶ່ງດຽວທີ່ຈະພາໄປເຖິງສັນຕິພາບແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ ແລະ ຮຽກຮ້ອງໃຫ້ບັນດາຝ່າຍໝູນໃຊ້ກາລະໂອກາດນີ້ເພື່ອຊຸກຍູ້ການໂອ້ລົມສົນທະນາ, ຊອກຫາມາດຕະການຍາວນານ, ພ້ອມທັງຢັ້ງຢືນ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມສາກົນເພື່ອຮັກສາຊ່ອງທາງຕິດຕໍ່ພົວພັນ ແລະ ສ້າງພື້ນທີ່ໃຫ້ແກ່ວຽກງານການທູດ. (ແຫຼ່ງຄັດຈາກ VOV)

ວັນທີ 16 ເມສາ, ຢູ່ສຳນັກງານສປຊ ຢູ່ນິວຢອກ, ອາເມລິກາ ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະມັດຊາໃຫຍ່ ສປຊ ເພື່ອປຶກສາຫາລືກ່ຽວກັບສະພາບການພາກພື້ນຕາເວັນອອກກາງ. ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: UN) ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຫຼັກໝັ້ນ ແລະ ຄວາມສົນໃຈລວມຂອງ ອາຊຽນ ຕໍ່ສະພາບການຢູ່ພາກພື້ນຕາເວັນອອກກາງ, ໂດຍສະແດງໃຫ້ເຫັນຜ່ານກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດ ແລະ ຖະແຫຼງການຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບບັນຫານີ້ໃນຫວ່າງມໍ່ໆມານີ້. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະຫງັບໃຈຢ່າງສຸດຂີດ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ບໍ່ນາບຂູ່ ຫຼືນຳໃຊ້ກຳລັງອາວຸດ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານເນັ້ນໜັກວ່າການໂອ້ລົມສົນທະນາທີ່ມີເຈດຕະນາດີ ແມ່ນເສັ້ນທາງໜຶ່ງດຽວທີ່ຈະພາໄປເຖິງສັນຕິພາບແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ ແລະ ຮຽກຮ້ອງໃຫ້ບັນດາຝ່າຍໝູນໃຊ້ກາລະໂອກາດນີ້ເພື່ອຊຸກຍູ້ການໂອ້ລົມສົນທະນາ, ຊອກຫາມາດຕະການຍາວນານ, ພ້ອມທັງຢັ້ງຢືນ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມສາກົນເພື່ອຮັກສາຊ່ອງທາງຕິດຕໍ່ພົວພັນ ແລະ ສ້າງພື້ນທີ່ໃຫ້ແກ່ວຽກງານການທູດ.
ບັນດາບົດຕໍ່ໄປ ອິນໂດເນເຊຍ ເພີ່ມຄ່າໃຊ້ຈ່າຍນ້ຳມັນເຊື້ອໄຟທາງການບິນຂຶ້ນ 50% ຂອງຄ່າປີ້ຍົນ17/05/2026ຂ່າວສານລະດັບຄ່າໃຊ້ຈ່າຍໄດ້ກຳນົດໂດຍອີງຕາມຄ່ານ້ຳມັນເຊື້ອໄຟການບິນສະເລ່ຍ ໂດຍບັນດາບໍລິສັດສະໜອງນ້ຳມັນເຊື້ອໄຟຍົກອອກມາ. ຫວຽດນາມ ເປັນປະທານຮ່ວມການໂອ້ລົມສົນທະນາ ອາຊຽນ - ນູແວນເຊລັງ ຄັ້ງທີ 3317/05/2026ຂ່າວສານຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການເຊື່ອມຕໍ່ BRICS ກັບພາກພື້ນ ອາຊີ - ປາຊີຟິກ17/05/2026ຂ່າວສານສົ່ງເສີມການຄ້າ, ຊຸກຍູ້ການນຳເຂົ້າສົ່ງອອກ ຫວຽດນາມ - ກຳປູເຈຍ17/05/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 120 ປີແຫ່ງວັນມູນເຊື້ອມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ16/05/2026ຂ່າວສານປະທານປະເທດ ຈີນ ສິຈິ້ນຜິງ ກຳນົດເວລາໄປຢ້ຽມຢາມທາງລັດຖະກິດຢູ່ ອາເມລິກາ16/05/2026ຂ່າວສານUNDP ຕີລາຄາສູງຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ການພັດທະນາມະນຸດ, ຮັບປະກັນສິດທິມະນຸດ16/05/2026ຂ່າວສານ ອ່ານເພີ່ມ