• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຊີ້ແຈ້ງເຖິງ ແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງການຊົມໃຊ້ສິດທິມະນຸດຂອງປະຊາຊົນໝົດທຸກຄົນ.
  ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ເຂົ້າຮ່ວມ ກອງປະຊຸມປຶກສາຫາລື (ພາບ: TTXVN)  

ວັນທີ 13 ກັນຍາ, ໃນຂອບເຂດກອງປະຊຸມປະຈຳປີຄັ້ງທີ 54 ຂອງສະພາສິດທິມະນຸດ, ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຢູ່ນະຄອນ ເຊີແນວ (ສະວິດ), ໄດ້ສະເໜີບົດກ່າວຄຳເຫັນ ຢູ່ກອງປະຊຸມປຶກສາຫາລືລວມ ກ່ຽວກັບບົດລາຍງານສະບັບອັບເດດຂອງ ທ່ານ Volker Türk ຂ້າຫຼວງໃຫຍ່ ຂອງສປຊ ກ່ຽວກັບ ສິດທິມະນຸດ ໃນທົ່ວໂລກ.

ໃນບົດກ່າວຄຳເຫັນ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ໄດ້ຕີລາຄາສູງ ບົດບາດທີ່ຕັ້ງໜ້າ ແລະ ຄວາມມານະພະຍາຍາມຂອງ ຂ້າຫຼວງໃຫຍ່ສິດທິມະນຸດ ສປຊ ໃນວິວັດທະນາການຍູ້ແຮງການເຄື່ອນໄຫວຂອງ ສະພາສິດທິມະນຸດ ແລະ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນການເຄື່ອນໄຫວຂອງ ຫ້ອງວ່າການຂ້າຫຼວງໃຫຍ່ ສິດທິມະນຸດ ເພື່ອຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ໃຫ້ແກ່ທຸກໆຄົນ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຊີ້ແຈ້ງເຖິງ ແຜນນະໂຍບາຍຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງການຊົມໃຊ້ສິດທິມະນຸດຂອງປະຊາຊົນໝົດທຸກຄົນ, ໃນນັ້ນໄດ້ຍົກສູງນະໂຍບາຍພັດທະນາຂອງ ຫວຽດນາມ ຖືປະຊາຊົນເປັນໃຈກາງ, ຖືມະນຸດເປັນເຈົ້າຂອງ, ເປົ້າໝາຍ ແລະ ກຳລັງໜູນ ຂອງການພັດທະນາ, ມຸ່ງໄປເຖິງການບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີຕ້ອນຮັບຜູ້ວ່າການລັດ ທັງເປັນເຈົ້າຄອງຜູ້ທີໜຶ່ງນະຄອນ Hamburg, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເພີ່ມທະວີການຮ່ວມມືຢ່າງແທດຈິງລະຫວ່າງ Hamburg ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ

Top