• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອົດ​ສະ​ຕາ​ລີ​ ຊຸກ​ຍູ້ກ​ານ​ຮ່ວມ​ມື​ບຳ​ລຸງ​ສ້າ​ງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດຂະ​ແໜງ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

ລັດຖະບານ ອົດສະຕາລີ ຍາມໃດກໍຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ພ້ອມທັງປາດຖະໜາຈະເສີມຂະຫຍາຍການຮ່ວມມືລົງທຶນຫຼາຍກວ່າອີກ, ໜູນຊ່ວຍພັດທະນາໃນບັນດາຂົງເຂດທີ່ເໝາະສົມກັບກຳນົດທິດພັດທະນາຂອງ ຫວຽດນາມ.
ທ່ານລັດຖະມົນຕີ ຫງວຽນຈີຢຸງ ແລະ ທ່ານລັດຖະມົນຕີກະຊວງພັດທະນາສາກົນ ແລະ ປາຊີຟິກ Pat Conroy, ທ່ານລັດຖະມົນຕີ Conroy

ໃນຂອບເຂດຄະນະປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໄດ້ມີການເຄື່ອນໄຫວຕ້ອນຮັບສອງຝ່າຍ, ພົບປະກັບຕາໜ່າງນະວັດຕະກຳປະດິດຄິດສ້າງ ຫວຽດນາມ ປະຈຳ ອົດສະຕາລີ ແລະ ເຮັດວຽກກັບບາງຄູ່ຮ່ວມມືຢູ່ ອົດສະຕາລີ ໃນຂົງເຂດ hydrogen.

ໃນການພົບປະກັບທ່ານລັດຖະມົນຕີກະຊວງພັດທະນາສາກົນ ແລະ ປາຊີຟິກ ອົດສະຕາລີ Pat Conroy, ທ່ານລັດຖະມົນຕີ Conroy ໃຫ້ຮູ້ວ່າ ລັດຖະບານ ອົດສະຕາລີ ຍາມໃດກໍຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ພ້ອມທັງປາດຖະໜາຈະເສີມຂະຫຍາຍການຮ່ວມມືລົງທຶນຫຼາຍກວ່າອີກ, ໜູນຊ່ວຍພັດທະນາໃນບັນດາຂົງເຂດທີ່ເໝາະສົມກັບກຳນົດທິດພັດທະນາຂອງ ຫວຽດນາມ.      

ທ່ານລັດຖະມົນຕີ ຫງວຽນຈີຢຸງ ສະເໜີວ່າ ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການລະອຽດໃນ 8 ຂົງເຂດຈຸດສຸມຂອງສູນນະວັດຕະກຳປະດິດຄິດສ້າງແຫ່ງຊາດ, ພິເສດແມ່ນຜ່ານບ້ວງເງິນຊ່ວຍເຫຼືອລ້າທີ່ມີມູນຄ່າ 90 ລ້ານ AUD ຂອງ ລັດຖະບານ ອົດສະຕາລີ ສະຫງວນໃຫ້ແກ່ ຫວຽດນາມ ແລະ ບັນດາໂຄງການໜູນຊ່ວຍພັດທະນາໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາແບບຍືນຍົງ…  ພ້ອມທັງປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານໃນຂົງເຂດການສຶກສາບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນໃນຂະແໜງເອເລັກໂຕນິກ ແລະ ເຄິ່ງຊັກນຳໄຟຟ້າ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຊາວກະສິກອນ ຫວຽດນາມ ຄັ້ງທີ 9 ໄດ້ໄຂຂຶ້ນຢ່າງສົມກຽດ

ຊາວກະສິກອນສືບຕໍ່ແມ່ນພື້ນຖານຂອງເສດຖະກິດ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ນຳ ຫວຽດນາມ ໃຫ້ກາຍເປັນປະເທດສົ່ງອອກຜະລິດຕະພັນແຖວໜ້າ.

Top