• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ສູ້​ຊົນ​ນຳ​ວົງ​ເງ​ິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 18 ຕື້ USD ໂດຍ​ໄວ

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ພົບປະແລກປ່ຽນປະຊາຊົນ ແລະ ເຊື່ອມຕໍ່ທ້ອງຖິ່ນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ໂດຍໄວ.
ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto (ພາບ: TTXVN)

ໃນຂອບເຂດບັນດາການເຄື່ອນໄຫວ ເນື່ອງໃນໂອກາດເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງປະທານາທິບໍດີ ສ.ອິນໂດເນເຊຍ ອາຍຸການ 2024 – 2029, ຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ, ວັນທີ 21 ຕຸລາ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto. ນະທີ່ນີ້, ທ່ານປະທານາທິບໍດີ ອິນໂດເນເຊຍ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ຂອງ ອິນໂດເນເຊຍ ຢູ່ພາກພື້ນ, ລະຫວ່າງສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງທີ່ຕ້ອງຂຸດຄົ້ນ ເພື່ອຍົກລະດັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ພົບປະແລກປ່ຽນປະຊາຊົນ ແລະ ເຊື່ອມຕໍ່ທ້ອງຖິ່ນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ USD ໂດຍໄວ; ສົ່ງເສີມວິສາຫະກິດສອງປະເທດລົງທຶນເຂົ້າຕະຫຼາດຂອງກັນ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່, ເຊັ່ນ: ອຸດສາຫະກຳ Halal, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຫັນປ່ຽນພະລັງງານ….. ທ່ານນາງຮອງປະທານປະເທດ ຫວຽດນາມ ສະເໜີໃຫ້ ອິນໂດເນເຊຍ ສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ສິນຄ້າທີ່ເປັນຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ອິນໂດເນເຊຍ ແລະ ສຳລັບບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ ອິນໂດເນເຊຍ. ສອງຝ່າຍເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເຊັ່ນ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ການຮ່ວມມືທາງທະເລ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ເນື່ອງໃນໂອກາດທ່ານເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ສົ່ງຈົດໝາຍຊົມເຊີຍ.

Top