• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ສ.ເຊັກ​ໂກ​ ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

ຫວຽດນາມ ແລະ ສ.ເຊັກໂກ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ອຸດສາຫະກຳປຸງແຕ່ງ, ປະດິດສ້າງ, ສິ່ງແວດລ້ອມ… ນີ້ິ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນຢູ່ “ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກິດ ຫວຽດນາມ (VCCI) ສົມທົບກັບສະຖານທູດ ສ.ເຊັກໂກ ປະຈຳ ຫວຽດນາມຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ໃນວັນທີ 21 ພະຈິກ.

ທ່ານ ຫວໍເຕິນແທງ ຮອງປະທານ VCCI ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ປີ 2018, ວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ສ.ເຊັກໂກ ບັນລຸໄດ້ເກືອບ 300 ລ້ານ USD. ຫວຽດນາມ ສົ່ງອອກໄປຍັງ ເຊັກໂກ ສ່ວນຫຼາຍແມ່ນບັນດາຜະລິດຕະພັນຄື: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່, ເກີບ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ... ໃນຂະນະນັ້ນ ສ.ເຊັກໂກ ສົ່ງອອກມາຍັງ ຫວຽດນາມ ແມ່ນບັນດາປະເພດສິນຄ້າຄື: ສານເຄມີ, ເຄື່ອງຈັກ, ອຸປະກອນ, ການຢາ... ຫວຽດນາມ ມີຄວາມປາດຖະໜາ ຢາກຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ, ການລົງທຶນສອງຝ່າຍໃຫ້ຫຼາຍກ່ວານີ້ອີກເພື່ອ ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າໃຫ້ຂຶ້ນເຖິງ 1 ຕື້ USD.

ບັນດາວິສາຫະກິດ ເຊັກໂກຖືວ່າ ການຍູ້ແຮງການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ເຊັກໂກ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງປະເທດເທົ່ານັ້ນ ແຕ່ຍັງປະກອບສ່ວນເຂົ້າໃນການສ້າງຂົວເຊື່ອມຕໍ່ການຮ່ວມມືລະຫວ່າງສອງພາກພື້ນເສດຖະກິດສຳຄັນແມ່ນ ອາຊຽນ ແລະ EU ໃນໄລຍະຈະມາເຖິງ ອີກດ້ວຍ.

 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top