• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ

ທ່ານນາງ ສີໄສ ລືເດດມູນສອນ ໄດ້ສະແດງຄວາມຂອບອົກຂອບໃຈ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ໜູນຊ່ວຍ ແລະ ແບ່ງປັນບັນດາບົດຮຽນປະສົບການອັນລ້ຳຄ່າໃຫ້ແກ່ຄະນະຈັດຕັ້ງສູນກາງ ລາວ ໃນວຽກງານບຳລຸງສ້າງການນຳຂັ້ນສູງ ກໍ່ຄືທຸກຂັ້ນ, ໜ້າທີ່ສຳຄັນທີ່ສຸດເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຊາດ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງ ສີໄສ ລືເດດມູນສອນ ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ   

ຕອນເຊົ້າວັນທີ 10 ພະຈິກ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ ສີໄສ ລືເດດມູນສອນ ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ສະໜັບສະໜູນວິວັດການປ່ຽນແປງໃໝ່ຂອງລາວຢ່າງແຮງ ແລະ ຮອບດ້ານ. ກ່ຽວກັບການຮ່ວມມືລະຫວ່າງສອງຄະນະຈັດຕັ້ງສູນກາງ ຂອງສອງພັກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີສອງຄະນະພ້ອມກັນສົມທົບກັນ, ໜູນຊ່ວຍ, ແບ່ງປັນບົດຮຽນປະສົບການໃນວຽກງານກໍ່ສ້າງພັກ, ປະກອບສ່ວນເປັນເສນາທິການໃຫ້ແກ່ ສອງພັກ,ສອງລັດ ໃນການວາງແຜນກຳນົດແນວທາງ, ແຜນນະໂຍບາຍ, ນະໂຍບາຍ ແລະ ການຊີ້ນຳໃນຕົວຈິງ ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີໄຊ.

ສ່ວນທ່ານນາງ ສີໄສ ລືເດດມູນສອນ ໄດ້ສະແດງຄວາມຂອບອົກຂອບໃຈ ໃນໄລຍະຜ່ານມາ, ຫວຽດນາມ ໄດ້ໜູນຊ່ວຍ ແລະ ແບ່ງປັນບັນດາບົດຮຽນປະສົບການອັນລ້ຳຄ່າໃຫ້ແກ່ຄະນະຈັດຕັ້ງສູນກາງ ລາວ ໃນວຽກງານບຳລຸງສ້າງການນຳຂັ້ນສູງ ກໍ່ຄືທຸກຂັ້ນ, ໜ້າທີ່ສຳຄັນທີ່ສຸດເພື່ອພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top