• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ບໍ່​ມີ​ຜູ້​ຕິດ​ເຊ​ື້ອ​ພະ​ຍາດ Covid – 19 ໃໝ່​ຕື່ມ​ອີກ​

ໄລ່ຮອດຕອນເຊົ້າວັນທີ 23 ເມສາ, ພໍດີຄົບຮອບ 1 ອາທິດ ຕິດຕໍ່ກັນ ທີ່ຫວຽດນາມຢັ້ງຢືນວ່າ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ.

ພາບປະກອບ: TTXVN 

ຍອດຈຳນວນຜູ້ຕິດເຊື້ອພະຍາດ ຍັງຄົງແມ່ນ 268 ຄົນຄືເກົ່າ, ໃນນັ້ນມີຜູ້ຕິດເຊື້ອໄດ້ປະກາດ ປິ່ນປົວຫາຍດີເປັນປົກກະຕິແມ່ນ 223 ຄົນ ແລະ ຍັງເຫຼືອພຽງ 45 ຄົນເທົ່ານັ້ນ ທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ນີ້ກໍ່ແມ່ນໝາກຜົນພາຍຫຼັງ 3 ອາທິດຈຸດສູງ ທີ່ໄດ້ປະຕິບັດການແຍກຫ່າງໃນສັງຄົມ.

ຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີຫວຽດນາມ ໃນກອງປະຊຸມທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ເມສາແລ້ວ, ເລີ່ມແຕ່ວັນທີ 23 ເມສາ, ນອກຈາກ ເມືອງ ເມລິງ ແລະ ເທື່ອງຕິນ, ບັນດາເມືອງອື່ນໆທີ່ຢູ່ຮ່າໂນ້ຍໄດ້ອະນຸມັດຢຸດຕິການແຍກຫ່າງໃນສັງຄົມ. ມີປະຊາຊົນ ນະຄອນຫຼວງຫຼາຍຄົນໄດ້ກັບຄືນສູ່ການດຳລົງຊີວິດຢ່າງເປັນປົກກະຕິ.

 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top