• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການຫຼຸດກຳ​ລັງ​ທັບໃນ​ໂລກ

ວັນທີ 5 ມີນາ, ທ່ານ ຟ້າມກວາງຮ້ຽວ - ຜູ້ຊ່ວຍວຽກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວປາໄສໃນວາລະປະຊຸມຄົບຄະນະ ຂອງກອງປະຊຸມຫຼຸດກຳລັງທັບ (CD) ຢູ່ສຳນັກງານ ສປຊ ຢູ່ເຊີແນວ ປະເທດສະວິດ. ການເຄື່ອນໄຫວນີ້ ໄດ້ດຳເນີນຢູ່ນອກຂອບເຂດການເຄື່ອນໄຫວເຂົ້າຮ່ວມກອງປະຊຸມຄັ້ງທີ 43 ຂອງ ສະພາສິດທິມະນຸດ ແຫ່ງ ສປຊ ໃນຂອບເຂດການເດີນທາງປະຕິບັດງານຂອງຜູ້ຊ່ວຍວຽກລັດຖະມົນຕີ ຢູ່ເຊີແນວ ໃນແຕ່ວັນທີ 4 – 6 ມີນາ.

 ວາລະປະຊຸມຄົບຄະນະ ຂອງກອງປະຊຸມຫຼຸດກຳລັງທັບ (ພາບ: TTXVN)

ເປີດສາກວາລະປະຊຸມຄົບຄະນະ, ທ່ານຟ້າມກວາງຮ້ຽວ ໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນຄວາມມານະພະຍາຍາມທຸກຢ່າງເພື່ອແນໃສ່ຫຼຸດຜ່ອນອາວຸດລ້າງຜານ ຢ່າງຮອບດ້ານ ແລະ ເຖິງຖອງ, ພິເສດແມ່ນ ອາວຸດນິວເຄຼຍ; ທ່ານໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນສະມາຊິກຂອງບັນດາສົນທິສັນຍາຫຼັກແຫຼ່ງທຸກໆສະບັບ ວ່າດ້ວຍການຫຼຸດຜ່ອນກຳລັງທັບ, ທ່ານໄດ້ນຳສະເໜີຂໍ້ລິເລີ່ມຫຼາຍຂໍ້ ແລະ ການປະກອບສ່ວນຢ່າງຕັ້ງໜ້າເພື່ອຊຸກຍູ້ການເຄື່ອນໄຫວຂອງ CD, ພິເສດໃນອາຍຸການຫວຽດນາມ ເປັນປະທານ CD ໃນປີ 2019. ທ່ານຍັງຢືນຢັນວ່າ ດ້ວຍບົດບາດເປັນປະທານຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເປັນປະທານອາຊຽນໃນປີ 2020, ຫວຽດນາມ ຈະໃຫ້ບຸລິມະສິດຢ່າງສູງ ແກ່ບັນຫາຫຼຸດຜ່ອນກຳລັງທັບ ແລະ ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ, ພ້ອມແລ້ວທີ່ຈະຮ່ວມມືກັບບັນດາປະເທດສະມາຊິກ CD ແລະ ບັນດາຄູ່ຮ່ວມມື ເພື່ອສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​າ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາສູງ ບັນດາຜົນສຳເລັດເຊິ່ງອິນໂດເນເຊຍ ບັນລຸໄດ້ໃນໄລຍະຜ່ານມາກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໜຶ່ງໃນບັນດາຕະຫຼາດດີຈີຕອນພັດທະນາໄວທີ່ສຸດໃນໂລກ.

Top