• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ສືບ​ສວນ ແລະ ບັງ​ຄັບ​ໃຫ້ IS ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ

ວັນທີ 12 ພຶດສະພາ, ອັງກິດ ໄດ້ສົມທົບກັບ ອາເມລິກາ, ແບນຊິກ, ອີຣັກ, ໂຮນລັງ, ສະຫະລັດ ອາຣັບ ເອມມີເລດ (UAE) ໄດ້ຈັດກອງປະຊຸມຕາມຮູບການ Arria ຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບ ບັນຫາໝູນໃຊ້ເຕັກໂນໂລຢີ ແລະ ສາຍພົວພັນຄູ່ຮ່ວມມື ແນໃສ່ຮັບປະກັນຄວາມຍຸຕິທຳສຳລັບໂທດກຳຕ້ານມວນມະນຸດ, ໂທດກຳສົງຄາມ ແລະ ດັບສູນເຊື້ອຊາດ.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ລັດທິກໍ່ການຮ້າຍ ແມ່ນໄພນາບຂູ່ທີ່ຮຸນແຮງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຫວຽດນາມ ສະໜັບສະໜູນວຽກງານຂອງກຸ່ມສືບສວນໂທດກຳຂອງກຸ່ມ IS ເພື່ອແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງບັນດາປະເທດ ນຳມາເຊິ່ງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຢູ່ ອີຣັກ. ທ່ານເອກອັກຄະລັດຖະທູດກໍຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການຮັບປະກັນການສືບສວນກ່ຽວກັບຄວາມຮັບຜິດຊອບສຳລັບກໍລະນີທີ່ລະເມີດກົດໝາຍວ່າດ້ວຍມະນຸດ, ກົດໝາຍວ່າດ້ວຍສິດທິມະນຸດຂອງສາກົນ. ພ້ອມທັງສະເໜີໃຫ້ປະຊາຄົມສາກົນ ເພີ່ມທະວີກຳລັງຄວາມສາມາດແຫ່ງຊາດ ຕາມຄຳຮຽກຮ້ອງ ແລະ ເໝາະສົມກັບສະພາບການຂອງແຕ່ລະປະເທດ.
(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top