• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ເໝັກ​ເລືອກ​ຕັ້ງເປັນ​ສະ​ມາ​ຊິກ ສານ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ສາ​ກົນ

ໃນຊຸມວັນຜ່ານມາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ, ຄະນະກຳມະການບັນດາບັນຫານິຕິທຳສາກົນ (ຄະນະກຳມະການ 6) ສະມັດຊາໃຫຍ່ ສປຊ ຊຸດທີ 79 ໄດ້ຈັດວາລະປຶກສາຫາລືຄົບຄະນະກ່ຽວກັບການຊຸກຍູ້ອຳນາດກົດໝາຍໃນລະດັບຊາດ ແລະ ສາກົນ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດສະມາຊິກ ສປຊ ແລະ ຜູ້ສັງເກດການເປັນຈຳນວນຫຼາຍ.
ການປຶກສາຫາລືຢູ່ວາລະປະຊຸມ (ພາບ: VOV)

ເມື່ອເຂົ້າຮ່ວມການປຶກສາຫາລືຢູ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຂໍ້ສັງເກດວ່າ  ຄວາມຮັບຜິດຊອບຊຸກຍູ້ ແລະ ຮັກສາອຳນາດກົດໝາຍຢູ່ທຸກລະດັບຕ້ອງໄດ້ຮັບການຮ່ວມແຮງຮ່ວມໃຈຈາກທຸກປະເທດສະມາຊິກ ສປຊ. ນີ້ແມ່ນຂໍ້ກຸນແຈເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄຳໝັ້ນສັນຍາ ແລະ ປັບປຸງລັດທິຫຼາຍຝ່າຍ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສືບຕໍ່ວິວັດທະນາການເຂົ້າຮ່ວມບັນດາເວທີປາໄສນິຕິທຳສາກົນຢ່າງຕັ້ງໜ້າໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະເໜີສະຫາຍນາງ ປອ. ຫງວຽນລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກກາງ ສະໝັກເລືອກຕັ້ງເຂົ້າເປັນສະມາຊິກສານກົດໝາຍວ່າດ້ວຍທະເລສາກົນ (ITLOS) ອາຍຸການ 2026 – 2035 ດ້ວຍຄວາມປາດຖະໜາ ຢາກສືບຕໍ່ປະກອບສ່ວນຫຼາຍກວ່າເຂົ້າໃນຄວາມມານະພະຍາຍາມປັບປຸງອຳນາດກົດໝາຍໃນຂອບເຂດທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top