ໃນຂອບເຂດບັນດາການເຄື່ອນໄຫວຂອງຄະນະຜູ້ແທນ ຫວຽດນາມ ຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (AMM-58), ວັນທີ 9 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເຂົ້າຮ່ວມພິທີໄຂ ແລະ ກອງປະຊຸມຄົບຄະນະ AMM-58 ຢູ່ສູນກອງປະຊຸມ Kuala Lumpur, ມາເລເຊຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກວ່າ ໃນໄລຍະຂາດສະຖຽນລະພາບປັດຈຸບັນ, ຄວາມສາມັກຄີ ແລະ ບົດບາດເປັນໃຈກາງ ຂອງ ອາຊຽນ, ພ້ອມກັບບັນດາຄຳໝັ້ນສັນຍາຢ່າງແຮງກ່ຽວກັບການພັດທະນາກວມລວມ ແລະ ຍືນຍົງ, ສືບຕໍ່ແມ່ນເຂັມຊີ້ທິດໃຫ້ແກ່ ອາຊຽນບົນພື້ນຖານນັ້ນ, ທ່ານບຸຍແທັງເຊີນ ໄດ້ສະເໜີ 3 ການກຳນົດທິດຈຸດສຸມໃຫ້ແກ່ ອາຊຽນ ໃນໄລຍະຈະມາເຖິງ. ໜຶ່ງແມ່ນ, ມຸ່ງໄປເຖິງເປົ້າໝາຍກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນໂລກໃນປີ 2030. ອາຊຽນຕ້ອງສືບຕໍ່ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການຮັກສາການເຕີບໂຕເສດຖະກິດຢ່າງແຮງ. ທີສອງແມ່ນມຸ່ງໄປເຖິງປະຊາຄົມດີຈີຕອນແຖວໜ້າ, ອາຊຽນ ຕ້ອງຍູ້ໄວການເຈລະຈາສົນທິສັນຍາແມ່ກ່ຽວກັບເສດຖະກິດດີຈີຕອນ, ຮັບປະກັນການຕອບສະໜອງຄວາມຕ້ອງການຕົວຈິງ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ, ນ້ອຍ ແລະ ຈຸນລະວິສາຫະກິດ. ສາມແມ່ນສ້າງປະຊາຄົມ ມຸ່ງໄປເຖິງປະຊາຊົນຢ່າງແທ້ຈິງ, ອາຊຽນ ຄວນເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ.