• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ລົບ​ລ້າງ​ທາດ CO2 ປະ​ມານ 220 ລ້ານໂຕນນັບ​ແຕ່​ເວ​ລາ​ເຂົ້າ​ຮ່ວມ​ສັນ​ທິ​ສັນ​ຍາ Vienna ກ່ຽວ​ກັບ​ການ​ປ້ອງກັນ​ຊັ້ນ ozone

ຫວຽດນາມໄດ້ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສົນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone ແລະ ອະນຸສັນຍາ Montreal ກ່ຽວກັບບັນດາທາດທຳລາຍຊັ້ນ ozone ກ່ອນນີ້ 30 ປີ.
ທ່ານ ເລກົງແທັງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ນີ້ແມ່ນຂໍ້ມູນຂ່າວສານທີ່ໄດ້ຍົກອອກມາ ຢູ່ກອງປະຊຸມສຳມະນາ “ວັນສາກົນປ້ອງກັນຊັ້ນ ozone ປີ 2024 – 30 ປີແຫ່ງວັນຫວຽດນາມເຂົ້າຮ່ວມສົນທິສັນຍາ ozone ແລະ ອະນຸສັນຍາ Montreal”, ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກັນຍາຢູ່ຮ່າໂນ້ຍ.

ຢູ່ກອງປະຊຸມສຳມະນາ, ບົດປະກອບຄຳເຫັນຂອງນັກປະຖະກະຖາຫຼາຍທ່ານລ້ວນແຕ່ໃຫ້ຂໍ້ສັງເກດວາ ພາຍຫຼັງ 30 ປີເຂົ້າຮ່ວມສົນທິສັນຍາ Vienna ແລະ ອະນຸສັນຍາ Montreal, ປະຊາຄົມສາກົນໄດ້ຕີລາຄາຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຢ່າງສູງ, ໄດ້ມານະພະຍາຍາມປະຕິບັດຫຼາຍໜ້າທີ່, ມາດຕະການເພື່ອຄວບຄຸມ, ລົບລ້າງທາດທຳລາຍຊັ້ນ ozone , ທາດກໍ່ຜົນກະທົບເຮືອນແກ້ວ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ຕາມວິວັດທະນາການ ໂດຍລັດຖະບານຮັບຮອງເອົານັ້ນ, ຮອດປີ 2045 ຫວຽດນາມ ຈະຫຼຸດລົງການປ່ອຍທາດ CO2 ກ່ວາ 11 ລ້ານໂຕນ, ປະກອບສ່ວນປະຕິບັດເປົ້າໝາຍບັນລຸການປ່ອຍທາດພິດລົງລະດັບ 0 ໃນປີ 2050. ຕາມທ່ານ ເລກົງແທັງ, ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລ້ວ, ເພື່ອປະຕິບັດສຳເລັດວິວັດທະນາການນັ້ນ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍຫຼາຍກິດຈະກຳຢ່າງຂ້ຽວຂາດກ່ວາ. ທ່ານໃຫ້ຮູ້ວ່າ:

ຫວຽດນາມ ສືບຕໍ່ໜູນຊ່ວຍ, ສົ່ງເສີມບັນດາການເຄື່ອນໄຫວຫັນປ່ຽນເຕັກໂນໂລຢີນຳໃຊ້ບັນດາທາດເປັນມິດກັບດິນຟ້າອາກາດ, ປັບປຸງສະມັດຕະພາບພະລັງງານຂອງວັດຖຸອຸປະກອນຫຼຸດອຸດຫະພູມລົງ; ຊຸກຍູ້ການເກັບກຳ, ຜະລິດຄືນໃໝ່, ໝູນໃຊ້ຄືນໃໝ່ ແລະ ກຳຈັດທາດຕ່າງໆທີ່ໄດ້ຮັບການຄວບຄຸມຕາມອະນຸສັນຍາ  Montreal, ຜັນຂະຫຍາຍຮູບແບບໝູນໃຊ້ເຕັກໂນໂລຢີຫຼຸດອຸນຫະພູມລົງແບບຍືນຍົງ, ດຳເນີນທຸລະກິດການບໍລິການທຳຄວາມເຢັນຢູ່ເຂດຕົວເມືອງ.

(ແຫຼ່ງຄັດຈາກ VOV)

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

SPIEF 29: ຫວຽດ​ນາມ ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃໝ່

ໃນ​ລະ​ຫວ່າງວັນ​ທີ 04 – 06 ມິ​ຖຸ​ນາ, ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ Saint Petersburg (SPIEF 29), ທ່ານ ຟ້າມ​ຢາ​ຕຸກ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ນຳ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽ​ດ​ນາມ ດຳ​ເນີນຫຼາຍ​ການ​ເຄື່ອນ​ໄຫວ​ຂັ້ນ​ສູງ.

Top