• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ຕິດ​ຕາມກວດ​ກາ, ຕໍ່​ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງຫຼວງ

ໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະກວດກາສູນກາງພັກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ລະຫວ່າງ 2 ອົງການກວດກາສູນກາງເວົ້າສະເພາະ.
ກອງປະຊມສົນທະນາ (ພາບ: VOV)

ຕອນເຊົ້າວັນທີ 04 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ເຈີນເກີມຕູ້ ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກວດກາສູນກາງພັກ, ຮອງຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊມສົນທະນາກັບ ຄະນະຜູ້ແທນຂັ້ນສູງຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ໂດຍທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງ, ເລຂາສູນກາງພັກ, ປະທານຄະນະກວດກາສູນກາງ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.

ໃນກອງປະຊຸມສົນທະນາ, ສອງຝ່າຍຖືວ່າ ໝາກຜົນປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ 2 ຄະນະກວດກາສູນກາງພັກ ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເວົ້າລວມ, ລະຫວ່າງ  2 ຄະນະກວດກາສູນກາງພັກເວົ້າສະເພາະ. ໃນໄລຍະຈະມາເຖິງ, ສອງຝ່າຍ ຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນໃນ ເອກະສານຮ່ວມມືລະຫວ່າງ 2 ຄະນະ ໄລຍະ 2022 – 2026. ສອງຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບບັນດາບົດຮຽນປະສົບການອັນລ້ຳຄ່າໃນວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນພັກ ແລະ ວຽກງານຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ພ້ອມທັງເປັນເອກະພາບກັນກ່ຽວກັບທິດທາງ, ມາດຕະການຕ່າງໆ ເພື່ອສືບຕໍ່ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມືຮອບດ້ານລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງປະເທດ ແລະ ລະຫວ່າງສອງຄະນະກວດກາສູນກາງຂອງສອງພັກ.

 

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top