• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ, ລັດ​ເຊຍ, ອາຟ​ຼິກ​ກາ​ໃຕ້ ຈັດ​ພິ​ທີ ສະ​ເຫຼີມ​ສະຫຼອງ ຖະ​ແຫຼງ​ການ​​ປອດຫົວເມືອງຂຶ້ນ​ຄົບ​ຮອບ​ 60 ປີ

ຖະແຫຼງການໄດ້ກາຍເປັນແຫຼ່ງລະດົມກຳລັງໃຈຢ່າງແຮງຕໍ່ຂະບວນການ ແລະ ຄວາມມຸ່ງມາດປາດຖະໜາຂອງເຂດດິນແດນທີ່ຕົກເປັນຫົວເມືອງຂຶ້ນ ຕໍ່ສູ້ຍາດເອົາເອກະລາດ, ຢຸດຕິລັດທິຫົວເມືອງຂຶ້ນ.
 
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສປຊກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ວັນທີ 17 ທັນວາ, ຄະນະຜູ້ຕາງໜ້າ 3 ປະເທດສະມາຊິກ ສະພາຄວາມໝັ້ນຄົງ ສປຊ ລວມມີ ຫວຽດນາມ, ລັດເຊຍ ແລະ ອາຟຼິກກາໃຕ້ ໄດ້ຈັດເຫດການຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ເພື່ອສະເຫຼີມສະຫຼອງ ຖະແຫຼງການ ສປຊ ກ່ຽວກັບການມອບເອກະລາດ ໃຫ້ແກ່ບັນດາປະເທດ ແລະ ຊົນຊາດທີ່ເປັນ ຫົວເມືອງຂຶ້ນ (ຫຼືເອີ້ນວ່າຖະແຫຼງການປອດຫົວເມືອງຂຶ້ນ). ກອງປະຊຸມມີການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ, ອຸປະທູດ ຂອງຄະນະຜູ້ຕາງໜ້າປະເທດສະມາຊິກ ສປຊ ເກືອບ 100 ຄະນະ.

        ກ່າວຄຳເຫັນທີ່ເຫດການ, ບັນດາປະເທດສະມາຊິກ ສປຊ ໄດ້ເຊີດຊູຄວາມໝາຍຂອງ ຖະແຫຼງການປອດຫົວເມືອງຂຶ້ນ ໂດຍສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາໃນປີ 1960. ຖະແຫຼງການໄດ້ກາຍເປັນແຫຼ່ງລະດົມກຳລັງໃຈຢ່າງແຮງຕໍ່ຂະບວນການ ແລະ ຄວາມມຸ່ງມາດປາດຖະໜາຂອງເຂດດິນແດນທີ່ຕົກເປັນຫົວເມືອງຂຶ້ນ ຕໍ່ສູ້ຍາດເອົາເອກະລາດ, ຢຸດຕິລັດທິຫົວເມືອງຂຶ້ນ.

        ກ່າວຄຳເຫັນທີ່ເຫດການ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສປຊ, ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງວິວັດທະນາການປອດຫົວເມືອງຂຶ້ນ ແລະ ປະຕິບັດສິນຕັດສິນໃຈດ້ວຍຕົນເອງຂອງ ບັນດາປະເທດ, ຊົນຊາດ, ເໝາະສົມກັບຖະແຫຼງການປອດຫົວເມືອງຂຶ້ນ, ກົດບັດ ສປຊ ແລະ ມະຕິທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດໄດ້ຮຽກຮ້ອງໃຫ້ບັນດາປະເທດປະຕິບັດຖະແຫຼງການ, ບົນເນື້ອໃນຈິດໃຈສາມັກຄີ ແລະ ໜູນຊ່ວຍເຊິ່ງກັນແລະກັນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025

ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2025”

ໃນຜົນງານທີ່ຍິ່ງໃຫຍ່ຂອງຊາດ, ຍາມໃດກໍ່ມີການຮ່ວມແຮງຮ່ວມໃຈ, ການປະກອບສ່ວນສຳຄັນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

Top