• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້​ນ​ສັນ​ຍາ​ສຳ​ລັບ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ວັນທີ 09 ກັນຍາ ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດ ດ້ວຍຫົວຂໍ້ “ເພີ່ມທະວີການເຄື່ອນໄຫວຮັກສາສັນຕິພາບ: ຄໍານຶງເຖິງອະນາຄົດ” ພາຍໃຕ້ການເປັນເຈົ້າພາບຂອງ ສະໂລເວີເນຍ, ປະເທດປະທານສະພາຄວາມໝັ້ນຄົງເດືອນກັນຍາ 2024.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນຢູ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມ ເພື່ອຮັກສາການເຄື່ອນໄຫວສັນຕິພາບຂອງ ສປຊ ໃຫ້ມີປະສິດທິຜົນ ແລະ ຮັບມືໄດ້ເປັນຢ່າງດີກວ່າເກົ່າ, ດ້ວຍໜ້າທີ່ຈະແຈ້ງ ແລະ ມີຄວາມເປັນໄປໄດ້, ພ້ອມທັງໄດ້ຈັດແບ່ງແຫຼ່ງກຳລັງຢ່າງຄົບຖ້ວນ. ໃນວິວັດທະນາການນັ້ນ, ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາຄວາມໝັ້ນຄົງ ກັບປະເທດ ເຈົ້າພາບ ແລະ ບັນດາປະເທດທີ່ຈັດສົ່ງກຳລັງ, ກໍຄືການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ.       

ເມື່ອເນັ້ນໜັກເຖິງການສະໜັບສະໜູນ ແລະ ການຖືເປັນສຳຄັນຂອງ ຫວຽດນາມ ກັບໂຄງການດຳເນີນງານກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ທ່ານເອກອັກຄະລັດຖະທູດ ຮຽກຮ້ອງໃຫ້ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ການເຂົ້າຮ່ວມ, ການປະກອບສ່ວນຂອງແມ່ຍິງເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບ, ກໍຄື ສະກັດກັ້ນການໃຊ້ຄວາມຮຸນແຮງດ້ວຍທຸກຮູບແບບ ແລະ ໄພນາບຂູ່ຕໍ່ຄວາມໝັ້ນຄົງ, ປອດໄພ ທີ່ມາຈາກອະຄະຕິ ແລະ ຄວາມໄຮ້ຍຸຕິທຳລະຫວ່າງຍິງ - ຊາຍ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ຕອນ​ບ່າຍ​ວັນ​ທີ 05 ມິ​ຖຸ​ນາ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ອາ​ຍຸ​ສູງ​ 85 ທ່ານ ທີ່ດີ​ເດັ່ນ​ທົ່ວ​ປະ​ເທດ ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໄລ​ຍະ 2021 – 2026.

Top