• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ອະ​ນາ​ຄົດ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຊື່ອໝັ້ນຕໍ່ລັດທິຫຼາຍຝ່າຍ, ແມ່ນເສັ້ນທາງອັນໝັ້ນແກ່ນເພື່ອບັນລຸ ແລະ ຮັກສາພື້ນຖານສັນຕິພາບສາກົນ ແບບຍືນຍົງ.
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: chinhphu.vn)

ວັນທີ 9 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດກ່ຽວກັບ ອະນາຄົດການເຄື່ອນໄຫວສັນຕິພາບ ຂອງ ສປຊ ຕາມຂໍ້ລິເລີ່ມຂອງ ສ.ເກົາຫຼີ (ປະເທດປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນກັນຍາ 2025), ສົມທົບກັບ ແດນມາກ ແລະ ປາກິດສະຖານ.

ບັນດາຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບວຽກງານຮັກສາສັນຕິພາບ ແລະ ການເມືອງ ພ້ອມກັບຜູ້ຕາງໜ້າກວ່າ 70 ປະເທດໄດ້ກ່າວຄຳເຫັນທີ່ວາລະປຶກສາຫາລື, ໃນນັ້ນລ້ວນແຕ່ຢັ້ງຢືນການເຄື່ອນໄຫວຮັກສາ ແລະ ສ້າງສັນຕິພາບ ສປຊ ແມ່ນເຄື່ອງມືທີ່ຈຳເປັນໃນການໜູນຊ່ວຍແກ້ໄຂການປະທະກັນ, ຊຸກຍູ້ບັນດາວິວັດການທາງການເມືອງ ແລະ ປົກປ້ອງສາມັນຊົນ.

ກ່າວຄຳເຫັນທີ່ວາລະກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະເໜີບັນດາມາດຕະການ ໃຫ້ບຸລິມະສິດຜັນຂະຫຍາຍໃນໄລຍະຈະມາເຖິງຄື: ການເຄື່ອນໄຫວຮັກສາສັນຕິພາບຕ້ອງໄດ້ຮັບຄວາມເອົາໃຈໃສ່ຖືເປັນສຳຄັນພິເສດເຖິງວຽກງານປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ…

ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຊື່ອໝັ້ນຕໍ່ລັດທິຫຼາຍຝ່າຍ, ແມ່ນເສັ້ນທາງອັນໝັ້ນແກ່ນເພື່ອບັນລຸ ແລະ ຮັກສາພື້ນຖານສັນຕິພາບສາກົນ ແບບຍືນຍົງ. ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືເພື່ອເປົ້າໝາຍຮັກສາສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top