• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ລະ​ດັບ​ການ​ພັດ​ທະ​ນາ​ກິ​ລາ​ປະ​ເພດ Pickleball ໄວ​ທີ່​ສຸດ​ໃນ​ອາ​ຊີ

ປີ 2025, ຫວຽດນາມ ກໍປາດຖະໜາຢາກເປັນເຈົ້າພາບຈັດລາງວັນການແຂ່ງຂັນ Pickleball ເປີດກວ້າງ, ເພື່ອແນໃສ່ຕີລາຄາວິວັດການພັດທະນາຂອງກິລາປະເພດນີ້ຢູ່ພາຍໃນປະເທດ ກໍຄື ຮັບຮູ້ກ່ຽວກັບກຳລັງແຮງຈາກປະເທດເພື່ອນ, ຈາກນັ້ນ, ກໍ່ສ້າງກຳນົດທິດພັດທະນາຢ່າງມີປະສິດທິຜົນ.
ຫວຽດນາມ ມີລະດັບການພັດທະນາກິລາປະເພດ Pickleball ໄວທີ່ສຸດໃນອາຊີ (ພາບ: vietnam+)

ວັນທີ 04 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງຮ່າຫວຽດ, ຫົວໜ້າກົມກິລາກາຍຍະກຳ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໄດ້ມີການເຮັດວຽກກັບສະຫະພັນ Pickleball ອາຊີ ໂດຍທ່ານປະທານ Hogan Lai, ເປັນຫົວໜ້າຄະນະ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ສະຫະພັນ Pickleball ອາຊີ, Jimmy Tan, ໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າ ເປັນປະເທດມີລະດັບການພັດທະນາ Pickleball ໄວທີ່ສຸດໃນອາຊີ. ດັ່ງນັ້ນ, ສະຫະພັນ Pickleball ອາຊີ ປາດຖະໜາວ່າ ຜ່ານບັນດາການເຄື່ອນໄຫວບຳລຸງສ້າງ, ຝຶກອົບຮົມ ແລະ ກອງປະຊຸມສຳມະນາ, ໜູນຊ່ວຍ ເພື່ອໃຫ້ກິລາປະເພດນີ້ໄດ້ຮັບການພັດທະນາຢ່າງມີປະສິດທິຜົນ, ມີແບບມີແຜນຢູ່ ຫວຽດນາມ. ສະຫະພັນ Pickeball ອາຊີ ຢັ້ງຢືນວ່າ ຍາມໃດກໍຈະຮ່ວມເດີນທາງ, ໜູນຊ່ວຍ ແລະ ອຳນວຍຄວາມສະດວກເພື່ອໃຫ້ກິລາປະເພດນີ້ໄດ້ຮັບການພັດທະນາສົມກັບກຳລັງບົ່ມຊ້ອນຂອງ ຫວຽດນາມ.

        ປີ 2025, ຫວຽດນາມ ກໍປາດຖະໜາຢາກເປັນເຈົ້າພາບຈັດລາງວັນການແຂ່ງຂັນ Pickleball ເປີດກວ້າງ, ເພື່ອແນໃສ່ຕີລາຄາວິວັດການພັດທະນາຂອງກິລາປະເພດນີ້ຢູ່ພາຍໃນປະເທດ ກໍຄື ຮັບຮູ້ກ່ຽວກັບກຳລັງແຮງຈາກປະເທດເພື່ອນ, ຈາກນັ້ນ, ກໍ່ສ້າງກຳນົດທິດພັດທະນາຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top