ເມື່ອກ່າວຄຳເຫັນທີ່ລາຍການ, ທ່ານ Eric Schmidt ເສດຖີເງິນຕື້, ອະດີດປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Google, ອະດີດປະທານຄະນະກຳມະການຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບ AI (NSCAI), ເນັ້ນໜັກວ່າ: ຫວຽດນາມ ມີກຳລັງບົ່ມຊ້ອນເພື່ອນຳໜ້າກ່ຽວກັບ AI ໃນອະນາຄົດ. ພ້ອມດຽວກັນນັ້ນ, ທ່ານກໍໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການສ້າງຕັ້ງກອງທຶນລົງທຶນເອກະຊົນ ກ່ຽວກັບ AI, ໜູນຊ່ວຍເຊື່ອມຕໍ່ວິສາຫະກິດ, ຜູ້ມີຄວາມເກັ່ງກ້າສາມາດຂອງ ຫວຽດນາມ ກໍຄືການມອບທຶນການສຶກສາໃຫ້ແກ່ນັກສຶກສາ.
ສ່ວນທ່ານ ຫວູກວັກຮຸຍ, ຜູ້ອຳນວຍການສູນນະວັດຕະກຳແຫ່ງຊາດ (NIC) ເນັ້ນໜັກວ່າ ໜຶ່ງໃນບັນດາເນື້ອໃນຈຸດສຸມຂອງ NIC ແມ່ນດຶງດູດບັນດາກອງທຶນລົງທຶນແຖວໜ້າໂລກ, ບັນດານັກວິທະຍາສາດເຕັກໂນໂລຢີ ແລະ ນັກຊ່ຽວຊານດ້ານເຕັກໂນໂລຢີ ມາ ຫວຽດນາມ ເພື່ອພ້ອມກັນສ້າງລະບົບນິເວດນະວັດຕະກຳທີ່ຂະຫຍັນຂັນເຄື່ອນ. ຫວຽດນາມ ກໍມຸ່ງໄປເຖິງເປົ້າໝາຍສ້າງຕັ້ງລຸ້ນວິສາຫະກິດເຕັກໂນໂລຢີ ຫວຽດນາມ ທີ່ມີກຳລັງແກ້ງແຍ້ງລະດັບສາກົນອີກດ້ວຍ.






