• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຟີ​ລິບ​ປິນ ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ສາ​ກົນ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກ່ຽວກັບ “ປະຊາຄົມປ່ອຍອາຍພິດລົງລະດັບ 0 ຂອງ ອາຊີ” (AZEC) ຢູ່ນະຄອນຫຼວງ ໂຕກຽວ (ປະເທດຍີ່ປຸ່ນ), ຕອນບ່າຍວັນທີ 4 ມີນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ກະຊວງພະລັງງານ ຟີລິບປິນ Raphael Perpetuo M. Lotilla.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ກະຊວງພະລັງງານ ຟີລິບປິນ Raphael Perpetuo M. Lotilla   

ທີ່ການຕ້ອນຮັບ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ແບ່ງປັນບົດຮຽນປະສົບການ, ຊຸກຍູ້ກ່ວາອີກບັນດາກົນໄກຮ່ວມມືສອງຝ່າຍ ຫວຽດນາມ - ຟີລິບປິນ ໃນຫຼາຍຂົງເຂດ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກ ຮ່ວມມືໃນພາກພື້ນ ແລະ ສາກົນ.

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ສະເໜີວ່າ ຫວຽດນາມ ແລະ ຟີລິບປິນ ຈົ່ງຊຸກຍູ້ການຮ່ວມມືສອງຝ່າຍ ແລະ ຮ່ວມມືໃນຂົງເຂດ AZEC, ຍົກຕົວຢ່າງຄືການກໍ່ສ້າງສູນຄົ້ນຄ້ວາ ກ່ຽວກັບພະລັງງານທົດແທນ ຫຼືສູນກ່າວເຕືອນໄພທຳມະຊາດ ຢູ່ ຫວຽດນາມ ແລະ ຟີລິບປິນ.

ສ່ວນທ່ານ ລັດຖະມົນຕີ Perpetuo M. Lotilla ໄດ້ເຫັນດີເປັນເອກະພາບຕໍ່ ຫວຽດນາມ ແມ່ນບັນດາຂໍ້ລິເລີ່ມໃນຂອບເຂດ AZEC ຕ້ອງໄດ້ຮັບການຫັນເປັນໂຄງການຢ່າງລະອຽດທີ່ແທດຈິງ ແລະ ປະສິດທິຜົນ, ສະເໜີໃຫ້ສອງປະເທດສຸມໃສ່ ຮ່ວມືເຂົ້າໃນຂົງເຂດພະລັງງານຜະລິດຄືນໃຫມ່.

 

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ: ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດພັດທະນາ

ເວທີປາໄສວິສາຫະກິດ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຄົມວິສາຫະກິດໃຫ້ຄຳປຶກສາແກ່ລັດຖະບານ ກ່ຽວກັບບັນດາມາດຕະການແກ້ໄຂເພື່ອປະຕິບັດເປົ້າໝາຍພັດທະນາເສດຖະກິດສີຂຽວ, ຍືນຍົງ.

Top