• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນຳ​​ໜ​້າ​ຄວາມ​ມາ​ນະ​ພະ​ຍ​າ​ຍາມ​ຂອງ​ບັນ​ດ​າ​ປະ​ເທດ ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

 ຕາມເວັບໄຊ moderndiplomacy.eu ວັນທີ27 ທັນວາ ໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍຖານະເປັນປະທານ ອາຊຽນ ປີ 2020, ຫວຽດນາມ ໄດ້ນຳໜ້າຄວາມານະພະຍາຍາມຂອງບັນດາປະເທດ ອາຊຽນ ໃນການຮັບມືກັບໂລກລະບາດໂຄວິດ - 19.

ການສີດຢາຂ້າເຊື້ອ (ພາບ: TTXVN)

ຕາມເວັບໄຊດັ່ງກ່າວແລ້ວ, ພາຍຫຼັງທີ່ໂລກລະບາດແຜ່ລະບາດໃນເດືອນມັງກອນ ປີ 2020, ນັບແຕ່ກາງເດືອນ ກຸມພາ ປີ 2020, ຫຼັງຈາກປຶກສາຫາລືກັບການນຳ ບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອອກຖະແຫຼງການປະທານ ອາຊຽນ ກ່ຽວກັບການຮັບມືລວມກັບ ໂລກລະບາດໂຄວິດ - 19 ຂອງ ອາຊຽນ. ຖະແຫຼງການດັ່ງກ່າວ ໄດ້ເນັ້ນໜັກເຖິງການເພີ່ມທະວີການໜູນຊ່ວຍບັນດາປະເທດໃນໂລກ ໃນບັ້ນຕ້ານການແຜ່ລະບາດຂອງ ເຊື້ອພະຍາດໂຄວິດ-19, ພ້ອມທັງໜູນຊ່ວຍມະນຸດສະທຳໃຫ້ແກ່ ຈີນ ດ້ວຍຮູບການສະໜອງຜ້າອັດປາກ ແລະ ພາຫະນະການແພດຕ່າງໆ. ອາຊຽນ ບໍ່ພຽງແຕ່ ຍົກສູງຄວາມຮັບຮູ້ຂອງບັນດາປະເທດສະມາຊິກ ເທົ່ານັ້ນ, ຫາກຍັງຮ່ວມສຳພັນກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ເພື່ອຮັບມືໃນຫຼາຍລະດັບ ແນໃສ່ແກ້ໄຂບັນດາບັນຫາເຊິ່ງໂລກລະບາດໄດ້ກໍ່ຂຶ້ນ.
(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top