• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນັບ​ມື້​ນັບ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

 

ລັດຖະບານຫວຽດນາມ ຫາກໍເປີດຕົວກອງທຶນວັກຊິນກັນໂຄວິດ - 19 ໂດຍໄດ້ຮັບການຕີລາຄາສູງຈາກບັນດາອົງການຈັດຕັ້ງ ແລະ ປະຊາຄົມວິສາຫະກິດ ຕ່າງປະເທດ ປະຈຳ ຫວຽດນາມ. ຂໍ້ລິເລີ່ມສ້າງຕັ້ງກອງທຶນວັກຊິນກັນໂຄວິດ - 19 ສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ມີຄວາມຂະຫຍັນຂັນເຄື່ອນໃນການຮັບມືກັບໂລກລະບາດໂຄວິດ - 19 ຂອງລັດຖະບານ ກໍ່ຄືຈິດໃຈສະມັກຄີມີຄວາມຮັບຜິດຊອບຂອງປະຊາຊົນ ໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19.

 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີເປີດຕົວກອງທັນວັກຊິນກັນໂຄວິດ - 19 (ພາບ:VGP)

ກອງທັນວັກຊິນກັນໂຄວິດ - 19 ໄດ້ປຸກລະດົມໃນວັນທີ 31 ພຶດສະພາ ແລະ ຖືກເປີດຕົວຢ່າງເປັນທາງການໃນຕອນຄ່ຳວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ເພື່ອແນໃສ່ລະດົມແຫຼ່ງກຳລັງສັງລວມຂອງສັງຄົມປະກອບສ່ວນແບ່ງປັນກັບງົບປະມານແຫ່ງລັດ, ຮັບໃຊ້ໃຫ້ແກ່ການເຄື່ອນໄຫວຊື້, ນຳເຂົ້າວັກຊິນ ແລະ ຄົ້ນຄ້ວາ, ຜະລິດວັກຊິນພາຍໃນປະເທດ.

ຕີລາຄາສູງຂໍ້ລິເລີ່ມຂອງ ຫວຽດນາມ

ເພື່ອບັນລຸໄດ້ຄວາມສາມາດຕ້ານທານຕໍ່ພະຍາດໃນຊຸມຊົນ, ຫວຽດນາມ ຕ້ອງມີວັກຊິນກັນໂຄວິດ - 19 150 ລ້ານໂດສ ເພື່ອສັກໃຫ້ປະຊາຊົນປະມານ 75 ລ້ານຄົນ. ຍອດງົບປະມານໄດ້ຮັບການຄາດຄະເນສູງກ່ວາ 25.000ຕື້ດົ່ງ (ປະມານ 1 ຕື້ USD). ນອກຈາກແຫຼ່ງງົບປະມານໃຫຍ່, ບັນດານັກຊ່ຽວຊານຄາດຄະເນວ່າ ໂລກລະບາດຍັງບໍ່ທັນສິ້ນສຸດໂດຍໄວເທື່ອ, ດັ່ງນັ້ນ ການດຳລົງຊີວິດແບບຢູ່ຮ່ວມກັບໂລກລະບາດ ກາຍເປັນການຮຽກຮ້ອງປະຈຳ, ການສັກວັກຊິນກັນໂຄວິດ - 19 ຕ້ອງດຳເນີນເປັນປະຈຳໄລຍະ. ໃນຂະນະນັ້ນ, ປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ງົບປະມານຈຳກັດ, ສະນັ້ນການປະກອບສ່ວນເຂົ້າໃນກອງທຶນວັກຊິນກັນໂຄວິດ - 19 ຂອງປະຊາຊົນແຕ່ລະຄົນແມ່ນການປະກອບສ່ວນມຸ່ງໄປເຖິງເປົ້າໝາຍມີຊີວິດການເປັນຢູ່ທີ່ປອດໄພກ່ວາ ໃຫ້ແກ່ຕົນເອງ, ຄອບຄົວ, ປະຊາຄົມ ແລະ ທົ່ວສັງຄົມ.

ຕາມທ່ານ ປ.ອ Kidong Park , ຫົວໜ້າຜູ້ຕາງໜ້າອົງການອະນາໄມ ໂລກ ປະຈຳ ຫວຽດນາມ ແລ້ວ, ເລື່ອງລະດົມບັນດາແຫຼ່ງກຳລັງເພື່ອຍົກສູງຄວາມສາມາດສຳຜັດກັບວັກຊິນກັນໂຄວິດ - 19 ຂອງລັດຖະບານ ຫວຽດນາມ ແມ່ນທັນການທີ່ສຸດ, ເໝາະສົມ ກັບຂໍ້ລິເລີ່ມວັກຊິນທົ່ວໂລກ. ເລື່ອງລັດຖະບານຄຸ້ມຄອງ ແລະ ນຳໃຊ້ແຫຼ່ງກຳລັງຈາກປະຊາຊົນ, ວິສາຫະກິດ ເອກະຊົນຢ່າງສະເໝີພາບ ແລະ ມີປະສິດທິຜົນ ຈະນຳມາເຊິ່ງ ຄຸນຄ່າໃໝ່ໃຫ້ແກ່ຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19. ທ່ານ Kidong Park ຖືວ່າ ຄວາມສາມັກຄີຈະຊ່ວຍໃຫ້ ຫວຽດນາມ ຢຸດຕິໂລກລະບາດໂຄວິດ - 19.

ທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳ ຫວຽດນາມ ຖືວ່າ ເລື່ອງລັດຖະບານ ຫວຽດນາມ ສ້າງກອງທຶນວັກຊິນກັນໂຄວິດ - 19 ແມ່ນຂໍ້ລິເລີ່ມທີ່ດີ, ແມ່ນສິ່ງທີ່ ສປຊ ໄດ້ສະໜັບສະໜູນໃນຫຼາຍເດືອນທີ່ຜ່ານມາ.

ຊົມເຊີຍ ຫວຽດນາມ ເມື່ອເປີດຕົວກອງທຶນວັນຊິນກັນໂຄວິດ - 19, ທ່ານນາງ Carollyn Turk ຜູ້ອຳນວຍການແຫ່ງຊາດທະນາຄານໂລກ ປະຈຳ ຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານພວມມີບາດກ້າວທີ່ຖືກຕ້ອງໃນການຍູ້ໄວການສຳຜັດກັບວັກຊິນໃຫ້ແກ່ປະຊາຊົນ.

ສ່ວນທ່ານ Giorgio Aliberti, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີລົບ ປະຈຳ ຫວຽດນາມ ຖືວ່າ ເລື່ອງສ້າງຕັ້ງກອງທຶນແມ່ນ ສ່ວນໜຶ່ງທີ່ມີຄວາມສຳຄັນໃນຍຸດທະສາດສັງລວມ ຮັບມືກັບໂລກລະບາດໂຄວິດ - 19 ຂອງ ຫວຽດນາມ. ສິ່ງນີ້ສະແດງໃຫ້ເຫັນວ່າ, ລັດຖະບານກຳໄດ້ຄວາມຕ້ອງການຢ່າງຄົບຖ້ວນ ເພື່ອບັນລຸໄດ້ບັນດາບາດກ້າວໄວກ່ວານີ້. ນີ້ແມ່ນສິ່ງທີ່ຕັ້ງໜ້າທີ່ສຸດ.

ຕາມໜັງສືພິມ Nikkei Asia ແລ້ວ, ການກຳເນີດຂຶ້ນຂອງກອງທຶນວັນຊິນກັນໂຄວິດ - 19 ມີຄວາມໝາຍສຳຄັນໃນຄວາມມານະພະຍາຍາມສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ. ໜັງສືພິມຖືວ່າ ຂໍ້ລິເລີ່ມນີ້ແມ່ນຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ຮັກສາແຫຼ່ງສະໜອງວັກຊິນກັນໂຄວິດ - 19 ໃນທ້າຍປີນີ້, ດ້ວຍຈຸດສຸມຍຸດທະສາດແມ່ນ ຫັນຈາກການສະກັດກັ້ນມາເປັນການສົ່ງເສີມປະຊາຊົນສັກວັກຊິນ.

ການຕອບສະໜອງໃນວົງກ້ວາງ

ຕາມຄະນະຄວບຄຸມກອງທຶນວັກຊິນກັນໂຄວິດ - 19, ໄລ່ຮອດຕອນທ່ຽງວັນທີ 8 ມິຖຸນາ (ພາຍຫຼັງການເປີດຕົວມາເປັນເວລາ 4 ວັນ), ກອງທຶນ ໄດ້ຮັບເງິນ ເປັນຈຳນວນ 4.168 ຕື້ດົ່ງ (ປະມານ 182 ລ້ານ USD) ຈາກ ອົງການຈັດຕັ້ງ ແລະ ສ່ວນບຸກຄົນ ກ່ວາ 200.000 ແຫ່ງ. ນອກຈາກນັ້ນ, ມີນັກອຸປະຖຳໃຫ້ຄຳໝັ້ນສັນຍາຈະປະກອບເງິນເປັນຈຳນວນ 3.253 ຕື້ດົ່ງ (ປະມານ 142 ລ້ານ USD).

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ກອງທຶນວັກຊິນກັນໂຄວິດ - 19 ບໍ່ພຽງແຕ່ດຶງດູດຄວາມສົນໃຈ, ການປະກອບສ່ວນຂອງ ບັນດາອົງການຈັດຕັ້ງ, ວິສາຫະກິດ ແລະ ສ່ວນບຸກຄົນພາຍໃນປະເທດເທົ່ານັ້ນ ຫາກຍັງຂອງຕ່າງປະເທດອີກດ້ວຍ. ທ່ານນາງ Mary Tarnowka ຜູ້ອຳນວຍການຝ່າຍບໍລິຫານຫ້ອງການການຄ້າ ອາເມລິກາ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ມີສະມາຊິກຫຼາຍຄົນຂອງຫ້ອງການການຄ້າ ອາເມລິກາ ສະແດງຄວາມພ້ອມທີ່ຈະໜູນຊ່ວຍຄ່າສັກວັກຊິນໃຫ້ແກ່ພະນັກງານ.  ທ່ານ Hong Sun ຮອງປະທານສະຫະພັນວິສາຫະກິດ ສ.ເກົາຫຼີ ປະຈຳ ຫວຽດນາມ(Korcham),  ເວົ້າວ່າ:

ບັນດາວິສາຫະກິດ ສ.ເກົາຫຼີ ຈະສະໜັບສະໜຸນຈົນສຸດຄວາມສາມາດຂອງຕົນ ແລະ ປາດຖະໜາຢາກປະກອບສ່ວນເຂົ້າກອງທຶນວັກຊິນກັນໂຄວິດ -19 ຂອງ ລັດຖະບານ ຫວຽດນາມ. ມີວິສາຫະກິດ ສ.ເກົາຫຼີ ໄດ້ສັກວັກຊິນໃຫ້ແກ່ກຳມະກອນຂອງຕົນ ແລະ ໄດ້ກັບຄືນສູ່ການເຮັດວຽກທີ່ເປັນປົກກະຕິແລ້ວ.

ເລື່ອງລັດຖະບານ ຫວຽດນາມ ເປີດຕົວກອງທຶນວັກຊິນກັນໂຄວິດ - 19 ເພື່ອແນໃສ່ລະດົມແຫຼ່ງກຳລັງສັງລວມແນໃສ່ຮັບໃຊ້ໃຫ້ການເຄື່ອນໄຫວຊື້ວັກຊິນ, ຄົ້ນຄ້ວາ, ຜະລິດວັກຊິນພາຍໃນປະເທດ ແມ່ນບາດກ້າວເດີນຢ່າງເປັນເຈົ້າການ, ຂະຫຍັນຂັນເຄື່ອນ. ນີ້ໄດ້ຮັບຖືວ່າແມ່ນການຕັດສິນການຫັນປ່ຽນຢ່າງທັນການ ເພື່ອໃຫ້ຫວຽດນາມ ມີວັກຊິນກັນໂຄວິດ - 19 ຈຳນວນ 150 ລ້ານໂດສ ເພື່ອສັກໃຫ້ແກ່ປະຊາຊົນ ປະມານ 75 ລ້ານຄົນ, ບັນລຸໄດ້ເປົ້າໝາຍສາມາດຕ້ານທານຕໍ່ພະຍາດໃນຊຸມຊົນໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top