• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນອນ​ໃນ​ກຸ່ມ 4 ປະ​ເທດ​ທີ່​ສ້າງ​ຄວາມ​ດຶງ​ດູດ​​ທີ່​ສຸດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ການ​ສຳຫຼວດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ຮັກ​ສາ​ອັນ​ດັບ​ສູງ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ ນັບ​ທັງ​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວ​ຕະຫຼອດ​ຮອດ​ການ​ດຳ​ລົງ​ຊີ​ວິດ, ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ຄວາມ​ດຶງ​ດູດ​ ​ແຂກ​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອ​ກ​ສ່​ຽງ​ໃຕ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ.
  ແຂກ​ທ່ອງ​ທ່ຽວ ຟີ​ລິບ​ປິນ check in ຢູ່ ຫວຽດ​ນາມ (ພາບ: VOV)  
ບົດ​ລາຍ​ງານ​ສະ​ພາບ​ການ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປີ 2026 (The State of Southeast Asia: 2026 Survey Report) ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ISEAS – Yusof Ishak Institute, Singapore) ​ປະ​ກາດ​​ຫວ່າງແລ້ວ​ນີ້ ໄດ້​ຊີ້​ໃຫ້​ເຫັນ​ວ່າ ຫວຽດ​ນາມ ນອນ​ໃນ​ກຸ່ມ 4 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​​ປະ​ຊາ​ຊົນ​ໃນ​ພາກ​ພື້ນ​ນິ​ຍົມ​ເລືອກ​ເຝັ້ນ​ເພື່ອ​ໄປ​ທ່ອງ​ທ່ຽວ, ເຮັດ​ວຽກ ແລະ ດຳ​ລົງ​ຊີ​ວິດຫຼາຍ​ທີ່​ສຸດ. ການ​ສຳຫຼວດ​ປີ​ນີ້​ໄດ້ຮັບ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ​ເວ​ລາ 6 ອາ​ທິດ (ແຕ່​ວັນ​ທີ 5 ມັງ​ກອນ ຫາ​ວັນ​ທີ 20 ກຸມ​ພາ) ສໍ​າ​ລັບ​ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້, ວົງ​ການ​ວິ​ສາ​ຫະ​ກິດ ແລະ ນັກ​ວາງ​ແຜນ​​ນະ​ໂຍ​ບາຍ ກວ່າ 2.000 ຄົນ​ທີ່​ມາ​ຈາກ 11 ປະ​ເທດ ອາ​ຊີີ່​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ການ​ສຳຫຼວດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພວມ​ຮັກ​ສາ​ອັນ​ດັບ​ສູງ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ ນັບ​ທັງ​ຄວາມ​ຕ້ອງ​ການ​ທ່ອງ​ທ່ຽວ​ຕະຫຼອດ​ຮອດ​ການ​ດຳ​ລົງ​ຊີ​ວິດ, ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ຄວາມ​ດຶງ​ດູດ​ ​ແຂກ​ທ່ອງ​ທ່ຽວ ອາ​ຊີ​ຕາ​ເວັນ​ອອ​ກ​ສ່​ຽງ​ໃຕ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຫວຽດ​ນາມ ໄດ້​ຮັບ​ການ​ຍົກ​ຍ້ອງ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ລາ​ງວັນ​ທ່ອງ​ທ່ຽວ​ຢ່າງ​ລຽນ​ຕິດ ຍ້ອນ​ມີ​ທັດ​ສະ​ນີ​ຍະ​ພາບ​ທີ່ຫຼາກຫຼາຍ​, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ, ຄ່າ​ໃຊ້​ຈ່າຍໃນ​ການ​ທ່ອງ​ທ່ຽວ​ເໝາະ​ສົມ ແລະ ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​​ແຂກ​ທ່ອງ​ທ່ຽວ​​ນັບ​ມື້​ນັບ​ສົມ​ບູນກວ່າ​ເກົ່າ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top