• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ກັບ ເຢຍ​ລະ​ມັນ

ເຢຍລະມັນພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມໃນບັນດາຂົງເຂດທີ່ເປັນທ່າແຮງຂອງ ເຢຍລະມັນ ແລະ ເໝາະສົມກັບບຸລິມະສິດພັດທະນາຂອງ ຫວຽດນາມ.

ທ່ານ ຫງວຽນວັນບີ່ງ ຫົວໜ້າຄະນະເສດຖະກິດສູນກາງ  ແລະ  ທ່ານ Peter Altmaier ລັດຖະມົນຕີ ກະຊວງເສດຖະກິດ ແລະ ພະລັງງານ ເຢຍລະມັນ (ພາບ: TTXVN)

ຕອນບ່າຍວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນວັນບີ່ງ, ກຳມະການກົມການເມືອງ, ເລຂາສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Peter Altmaier , ລັດຖະມົນຕີ ກະຊວງເສດຖະກິດ ແລະ ພະລັງງານ ເຢຍລະມັນ. ທ່ານ ຫງວຽນວັນບີ່ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ, ພ້ອມທັງຫວັງວ່າ: ສອງຝ່າຍຈະນັບມື້ນັບຮັດແໜ້ນການພົວພັນຮ່ວມມື, ພິເສດແມ່ນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ.

ສ່ວນທ່ານ Peter Altmaier ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມທີ່ ຫວຽດນາມ ບັນລຸໄດ້ໃນໄລຍະທີ່ຜ່ານມາ ແລະ ຢັ້ງຢືນວ່າ ເຢຍລະມັນພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມໃນບັນດາຂົງເຂດທີ່ເປັນທ່າແຮງຂອງ ເຢຍລະມັນ ແລະ ເໝາະສົມກັບບຸລິມະສິດພັດທະນາຂອງ ຫວຽດນາມຄື: ອຸດສາຫະກຳສະໜັບສະໜູນ, ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ, ການບຳລຸງສ້າງວິຊາຊີບ ແລະ ສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top