• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັ້​ງ​ໜ້​າ​ຊ່ວຍ​ໜູນ​ບັນ​ດາ​ປະ​ເທດ​ ໃນ​ປ​ການ​ປ້ອ​ງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ເພື່ອຊ່ວຍໜູນບັນດາປະເທດໃນພາກພື້ນ ແລະ ໃນໂລກຜ່ານຜ່າຄວາມຫຍຸ້ງຍາກໃນການຮັບມືກັບໂລກລະບາດ Covid – 19 ຫວຽດນາມໄດ້ມີບັນດາການກະທຳທີ່ແທດຈິງ, ຊ່ວຍໜູນ ອຸປະກອນການແພດຫຼາຍຢ່າງ.

ທ່ານ ບຸຍແທັງເຊີນ ຮອງລັດຖະມົນຕີກະຊວງຜູ້ປະຈຳການກະຊວງການຕ່າງປະເທດມອບອຸປະກອນການແພດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໃຫ້ແກ່ທ່ານ Daniel Kritenbrink ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ (ພາບ: TTXVN)

ຫວຽດນາມໄດ້ມອບອຸປະກອນການແພດໃຫ້ແກ່ລາວ ແລະ ກຳປູເຊຍເຊິ່ງລວມມີ ຊຸດກັນເຊື້ອ, ຜ້າອັດປາກ - ດັງ, ລະບົບວິໄຈພ້ອມກັບຊຸດວິໄຈ ຫາເຊື້ອໄວຣັດ SARS – CoV – 2 ທີ່ມີມູນຄ່າ 7 ຕື້ກ່ວາດົ່ງໃຫ້ແກ່ບັນດາປະເທດ. ພ້ອມກັນນັ້ນ ຫວຽດນາມກໍ່ໄດ້ມອບອຸປະກອນການແພດເພື່ອວິໄຈ 500 ເຄື່ອງ, ມອບເງິນ 50.000 USD ໃຫ້ແກ່ ມຽນມາເພື່ອຕ້ານ Covid – 19, ມອບເຂົ້າສານ 5000ໂຕນໃຫ້ແກ່ກູບາ.   

       ສະເພາະປະເທດຈີນ ຫວຽດນາມກໍ່ໄດ້ມອບ ອຸປະກອນການແພດຊຶ່ງລວມມີ ເຄື່ອງຫາຍໃຈ, ຊຸດກັນເຊື້ອພະຍາດ, ຖົງມື, ຜ້າອັດປາກ - ດັງລວມມູນຄ່າເຖິງ 500.000 USD ໃຫ້ແກ່ ຈີນ. ທາງສະພາກະແດງຫວຽດນາມກໍ່ໄດ້ຂົນຂວາຍການແຜ່ບໍລິຈາກເງິນຈາກບັນດາອົງການ, ສ່ວນບຸກຄົນເພື່ອຊ່ວຍເຫຼືອປະຊາຊົນຈີນດ້ວຍຈຳນວນອຸປະກອນການແພດລວມມູນຄ່າເຖິງ 100.000 USD ເພື່ອຕ້ານໂລກລະບາດ, ນອກຈາກນັ້ນ ຫວຽດນາມກໍ່ຍັງຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ລັດຖະບານຍີ່ປຸ່ນ, ລັດເຊຍ, ເຢຍລະມັນ, ອີຕາລີ…

 (ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top