• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັ້​ງ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການກອງ​ທະ​ຫານ​ບົກ ອາ​ຊຽນ ຄັ້ງ​ທີ 26

ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ຫງວຽນວັນເຫງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມຜູ້ບັນຊາການກອງທະຫານບົກບັນດາປະເທດ ອາຊຽນ ຄັ້ງທີ 26 (ACMM-26) ຢູ່ ສິງກະໂປ ນັບແຕ່ວັນທີ 25 – 28 ພະຈິກ.
ການພົບປະສອງຝ່າຍລະຫວ່າງຜູ້ບັນຊາການທະຫານບົກ ຫວຽດນາມ ແລະ ໄທ (ພາບ: TTXVN)

ເມື່ອກ່າວຄຳເຫັນທີ່ກອງປະຊຸມ ດ້ວຍຫົວຂໍ້ “ສ້າງການຮ່ວມມືໃນພາກພື້ນໃນການຊ່ວຍເຫຼືອມະນຸດສະທຳ ແລະ ກູ້ໄພພິບັດ”, ທ່ານພົນໂທ ຫງວຽນວັນເຫງຍ ໄດ້ແບ່ງປັນບັນດາບົດຮຽນປະສົບການຂອງກອງທັບປະຊາຊົນ ຫວຽດນາມ ໃນການຮັບມືກັບໄພພິບັດທຳມະຊາດ, ພ້ອມທັງຢັ້ງຢືນວ່າ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ອາຊຽນ, ກອງທັບປະຊາຊົນ ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດ ອາຊຽນ ເວົ້າລວມ ແລະ ລະຫວ່າງກອງທະຫານບົກບັນດາປະເທດ ອາຊຽນ ເວົ້າສະເພາະ ເພື່ອຮັບມືກັບທຸກສິ່ງທ້າທາຍຢ່າງມີປະສິດທິຜົນ, ເພື່ອພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top