• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮ່ວມ​ມື ອາ​ຊຽນ​ ກ່ຽວກັບ​ການ​ຮັບ​ປະ​ກັນ​ຄວາມ​​ປອດ​ໄພທາງເຄື​ອ​ຂ່າຍ​ອິນ​ເຕີ​ແ​ນັດ

ຕອນບ່າຍວັນທີ 7 ຕຸລາ, ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5) ໂດຍສິງກະໂປເປັນປະທານໄດ້ດຳເນີນຕາມຮູບແບບທາງອອນລາຍ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມເປັນຫົວໜ້າຄະນະໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.


 ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)


ທ່ານພົນຕີ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ໄດ້ແບ່ງປັນວ່າ ຫວຽດນາມເຫັນໄດ້ຄວາມຈຳເປັນ ແລະ ຄວາມສຳຄັນໃນການສ້າງກົດແຫ່ງການປະພຶດທີ່ມີຄວາມຮັບຜິດຊອບໃນເຄືອຂ່າຍອິນເຕີແນັດ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັກສາ ເຄືອຂ່າຍອິນເຕີແນັດໃຫ້ມີຄວາມປອດໃສ, ປອດໄພ ແລະ ຊ່ວຍໃຫ້ການຮັບປະກັນຄວາມໝັ້ນຄົງ, ປອດໄພຂໍ້ມູນຂ່າວສານມີປະສິດທິຜົນກ່ວາ, ເປັນຕົ້ນແມ່ນເມື່ອໂລກ ແລະ ພາກພື້ນ ພວມເຫັນປະຈັກຕາ ການປ່ຽນແປງອັນຍິ່ງໃຫຍ່ຂອງວິວັດແຫ່ງການຫັນປ່ຽນເຕັກນິກດີຈີຕອນໃນໄລຍະເກີດໂລກລະບາດ Covid – 19. ຫວຽດນາມພວມຜັນຂະຫຍາຍ “ໂຄງການຫັນເປັນດີຈີຕອນລະດັບຊາດຮອດປີ 2025, ກຳນົດທິດຮອດປີ 2030” ດ້ວຍເປົ້າໝາຍນຳຫວຽດນາມໃຫ້ໄດ້ເຂົ້າກຸ່ມ 50 ປະເທດນຳໜ້າກ່ຽວກັບລັດຖະບານເອເລັກໂຕນິກ (EGDI). ໃນວິວັດແຫ່ງການຫັນເປັນດີຕີຕອນນີ້, ຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານແມ່ນປັດໄຈຫຼັກແຫຼ່ງສ້າງສະພາບແວດລ້ອມແຫ່ງຄວາມປອດໄພໃຫ້ແກ່ການເຫັນເປັນດີຈີຕອນ. ໂດຍແມ່ນປະເທດສະມາຊິກອາຊຽນ, ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະ ຕັ້ງໜ້າເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບໃນບັນດາກົນໄກຮ່ວມມືອາຊຽນ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ.
(ແຫຼ່ງຄັດຈາກ VOV)

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ເປີດກ້ວາງຮູບແບບ VSIP ອອກສູ່ແຂວງຕ່າງໆຢູ່ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ທ່ານຮອງນາຍົກລັດຖະມົນຕີ ເລມີງຄາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ການນຳບາງແຂວງ, ນະຄອນໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ I ຢູ່ແຂວງບີງເຢືອງ (VSIP I - ບີງເຢືອງ).

Top