• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍ​າມ​ໃດ​ກໍ່​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ ມົງ​ໂກນ ເປີດກວ້າງ​ການ​ຮ່ວມ​ມື

ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ຕອນບ່າຍວັນທີ 01 ຕຸລາ, ຢູ່ນະຄອນຫຼວງ Alan Bator, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບບັນດາອົງການເສດຖະກິດດີເດັ່ນຂອງ ມົງໂກນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບບັນດາວິສາຫະກິດ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ແລະ ມົງໂກນ ມີກຳລັງບົ່ມຊ້ອນ, ກາລະໂອກາດຫຼາຍຢ່າງເພື່ອພັດທະນາຢ່າງແຮງກວ່າ, ເຊື່ອມຕົວເຂົ້າກັບກະແສການເຄື່ອນໄຫວຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ທົ່ວໂລກ ກ່ຽວກັບການຫັນປ່ຽນພື້ນຖານເສດຖະກິດດີຈີຕອນ, ການເຕີບໂຕສີຂຽວ ກັບພະລັງງານທົດແທນ, ພະລັງງານໃໝ່, ເຕັກໂນໂລຢີຊີວະພາບ, ເຕັກໂນໂລຢີຂໍ້ມູນຂ່າວສານ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຍິນດີຕ້ອນຮັບ ແລະ ຊົມເຊີຍບັນດາວິສາຫະກິດ ມົງໂກນ ເປີດກວ້າງການຮ່ວມມືກັບ ຫວຽດນາມ. ບັນດາກະຊວງ, ຂະແໜງການຝ່າຍ ຫວຽດນາມ ຍາມໃດກໍຮ່ວມເດີນທາງ, ພ້ອມແລ້ວແບ່ງປັນ, ສ້າງທຸກເງື່ອນໄຂສະດວດເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນ ມີວິສາຫະກິດ ມົງໂກນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ປະກອບສ່ວນແກ່ການພັດທະນາເສດຖະກິດ - ສັງຄົມຂອງສອງປະເທດ.

        ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃນການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ. ວັນທີ 02 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຍັງ Dunlin, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອຽກລັງ ຕາມຄຳເຊີນຂອງທ່ານປະທານາທິບໍດີ ອຽກລັງ Michael D.Higgins.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຕີ​ລາ​ຄາ​ສູງ​ລະ​ດັບ​ການ​ເຕີບ​ໂຕ​ປີ 2025 ຂອງ ຫວຽດ​ນາມ

ບັນດາບົດລາຍງານສາກົນທີ່ໄດ້ປະກາດໃນຫວ່າງມໍ່ໆມານີ້ ລ້ວນແຕ່ຮັບຮູ້ລະດັບຄວາມເຊື່ອໝັ້ນທີ່ນັບມື້ນັບເພີ່ມຂຶ້ນສຳລັບແງ່ຫວັງເສດຖະກິດ ຫວຽດນາມ ໃນປີ 2025, ເມື່ອບັນດາເສົາຄ້ຳການເຕີບໂຕຕົ້ນຕໍສືບຕໍ່ສະແດງໃຫ້ເຫັນຄວາມອາດສາມາດຟື້ນຟູຢ່າງແຮງ ແລະ ຍືນຍົງ.

Top