ວັນທີ 9 ມິຖຸນາ, ຊື່ງແມ່ນມື້ສຸດທ້າຍໃນງານແຂ່ງຂັນ ASEAN Para Games 2023, ຄະນະນັກກິລາ ຫວຽດນາມ ຍາດໄດ້ 1 ຫຼຽນເງິນ ຂອງນັກກິລາຕີດອກປິກໄກ່ ຮ່ວາງທິຮົ່ງຖາວ. ນີ້ແມ່ນຫຼຽນທີ 201 ແລະ ກໍ່ແມ່ນຫຼຽນສຸດທ້າຍຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ASEAN Para Games 2023 ຈັດຂຶ້ນຢູ່ ກຳປູເຈຍ.
ຄະນະນັກກິລາ ຫວຽດນາມ ຍາດໄດ້ທັງໝົດ 66 ຫຼຽນຄຳ, 58 ຫຼຽນເງິນ ແລະ 77 ຫຼຽນທອງ ແລະ ຢືນອັນດັບທີ 3 ທົ່ວຄະນະ, ຖັດຈາກ ໄທ ແລະ ອິນໂດເນເຊຍ.
ASEAN Para Games 12-2023 ໄດ້ດຳເນີນແຕ່ວັນທີ 3-9 ມິຖຸນາຢູ່ ກຳປູເຈຍ ຊື່ງໄດ້ດິງດູດນັກກິລາກ່ວາ 1400 ຄົນ ທີ່ມາຈາກ 11 ປະເທດ ແລະ ໄດ້ທຳການແຂ່ງຂັນໃນກິລາ 14 ປະເພດ. ຄະນະນັກກິລາ ຫວຽດນາມ ມີນັກກິລາ 120 ຄົນເຂົ້າຮ່ວມ ແລະທຳການແຂ່ງຂັນໃນກິລາ 8 ປະເພດ.