• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ບົດ​ບາດ​ຂົວ​ເຊື່ອມ​ຕໍ່, ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ການ​ພົວ​ພັນ ອາ​ຊຽນ ລັດ​ເຊຍ

ກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ຈະ​ສຳຫຼວດກວດ​ຄືນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ຮອບ​ດ້ານ.
  ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ່ງ​ຮ່​ວາງ​ຢາງ (ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ)  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ະ​ຫະ​ພັນ ລັດ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຽດ​ນາມ ເລ​ມິງ​ຮຶງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງ​ການ​ພົວ​ພັນ​ ອາ​ຊຽນ ລັດ​ເຊຍ ທີ່​ໄດ້​ດຳ​ເນີນ​ແຕ່​ວັນ​ທີ 17 – 18 ມິ​ຖຸ​ນາ​ 2026 ຢູ່​ນະ​ຄອນ ກາ​ຊານ, ສະ​ຫະ​ພັນ ລັດ​ເຊຍ. ກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 35 ປີ​ແຫ່ງ​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ຈະ​ສຳຫຼວດກວດ​ຄືນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ລັດ​ເຊຍ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ຮອບ​ດ້ານ, ສະ​ເໜີ​ບັນ​ດາ​ການ​ກຳ​ນົດ​ທິດ​ໃໝ່, ບັນ​ດາ​ຂົງ​ເຂດ​ຈຸດ​ສຸມ, ມາດ​ຕະ​ການ​ບຸກ​ທະ​ລຸ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ, ຕ່າ​ງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ຄວາມ​ໝັ້ນ​ຄົງ​ດ້ານ​ພ​ະ​ລັງ​ງານ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ດັ່ງ​ຮ່​ວາງ​ຢາງ ໃຫ້​ຮູ້​ວ່າ:

ເປົ້າ​ໝາຍ​ລຸ​ລ່ວງ​ຂອງ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​ແມ່ນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ຂອງ ຫວຽດ​ນາມ, ຊຸກ​ຍູ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ການ​ປະ​ກອບ​ສ່ວນ​ບັນ​ດາ​ການ​ກຳ​ນົດ​ທິດ​ຢ່າງ​ແທ້​ຈິງ, ຜ່ານ​ນັ້ນ​ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ​້​ການ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ. ສິ່ງ​ນີ້​ຍິ່ງ​ມີ​ຄວາມ​ໝາຍ​ເມື່ອ ໃນ​ໄລ​ຍະ​ຜ່ານ​ມາ ຫວຽດ​ນາມ ໄດ້​ສວມ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ອາ​ຊຽນ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມສຸດຍອດ​ນີ້.

(ແຫຼ່ງຄັດຈາກ VOV)

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ນຳ​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຊາດ ກາຍ​ເປັນ​ສູນ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແຖວ​ໜ້າ​ກ່ຽວ​ກັບ​ການ​ທະ​ຫານ, ການ​ປ້ອງ​ກັນ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ ສະ​ຖາ​ບັນ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານບັນ​ດາ​ຍຸດ​ທະ​ສາດ ແລະ ພະ​ນັກ​ງານ​ຂັ້​ນ​ສູງ​ຂອງ​ພັກ, ລັດ, ກຳ​ລັງ​ປະ​ກອບ​ອາ​ວຸດ​ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍ​ສາດ.

Top