• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຈຸດ​ໝາຍ​ປາຍ​ທາງ​ແຖວ​ໜ້າ​ຂອງ​ແຂກ​ທ່ອງ​ທ່ຽວ ອິນ​ເດຍ

ບົດຂຽນໃນສື່ເອເລັກໂຕນິກ Times of India ລົງວັນທີ 1 ກັນຍາ ໄດ້ສັງລວມສະຖານທີ່ທ່ອງທ່ຽວ 5 ແຫ່ງຢູ່ອາຊີຕາເວັນອອກສ່ຽງໃຕ້ ໂດຍແຂກທ່ອງທ່ຽວ ອິນເດຍ ຄັດເລືອກ. ໃນນັ້ນ, ຫວຽດນາມ ແມ່ນການຄັດເລືອກແຖວໜ້າ.
ແຂກທ່ອງທ່ຽວ ອິນເດຍ ມາຢ້ຽມຢາມແຂວງ ກວ໋າງນິງ (ພາບ: TTXVN)

ຕາມບົດຂຽນ, ຫວຽດນາມ ໄດ້ເຮັດໃຫ້ແຂກທ່ອງທ່ຽວມີການລອງຕົວຈິງຫຼາຍຢ່າງ, ຈາກບັນດາຖະໜົນທີ່ຄຶກຄື້ນຂອງຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ຄວາມງາມດັ່ງໃນຝັນຂອງນະຄອນ ຍາຈາງ, ຄວາມອ່ອນໂຍນຂອງເມືອງເກົ່າ ເຫວ້ ຕະຫຼອດຮອດຄວາມສະຫງົບງຽບຂອງອ່າວຮະລອງ… ອາຫານການກິນຂາຍແຄມທາງ ທັງແຊບ ທັງໜ້າກິນ ແລະ ມີລາຄາເປັນກັນເອງ. ບ່ອນພັກອາໄສກໍມີຫຼາຍຮູບຫຼາຍແບບຈາກເຮືອນພັກລາຄາຖືກ ຕະຫຼອດຮອດ ເຮືອນຮັບແຂກລາຄາທຳມະດາ ແລະ ໂຮງແຮມ, ອັນໄດ້ຊ່ວຍໃຫ້ແຂກທ່ອງທ່ຽວ ສາມາດຊອກຫາສະຖານທີເໝາະສົມກັບງົບປະມານຂອງຕົນໄດ້ຢ່າງງ່າຍດາຍ. ບົດຂຽນ ກໍໄດ້ຢັ້ງຢືນວ່າ ຍານພາຫະນະຈໍລະຈອນຢູ່ ຫວຽດນາມ ກໍຊ່ວຍຫຼຸດຄ່າໃຊ້ຈ່າຍສຳລັບການໄປ - ມາໃຫ້ແກ່ນັກທ່ອງທ່ຽວ.

        ໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 5 ແຫ່ງ ຢູ່ອາຊີຕາເວັນອອກສ່ຽງໃຕ້ ໂດຍແຂກທ່ອງທ່ຽວ ອິນເດຍ ຄັດເລືອກ ເຊິ່ງ Time of India ໄດ້ເອົາລົງນັ້ນ ຖັດຈາກ ຫວຽດນາມ ແມ່ນ ບັນດາສະຖານທີ່ຂອງ ກຳປູເຈຍ, ລາວ, ມຽນມາ ແລະ ໄທ.    

(ແຫຼ່ງຄັດຈາກ VOV)

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ນາຍົກລັດຖະມົນຕີໂອ້ລົມສົນທະນາກັບຊາວກະສິກອນ ຫວຽດນາມ ປີ 2025

ທ່ານນາຍົກລັຖະມົນຕີ ໄດ້ພ້ອມກັບບັນດາກະຊວງ, ຂະແໜງການ ຕອບຫຼາຍຄຳຖາມຂອງພໍ່ແມ່ຊາວກະສິກອນໂດຍກົງ, ເຊິ່ງກ່ຽວຂ້ອງເຖິງບັນດາບັນຫາ.

Top