• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ສືບ​ຕໍ່​ຊຸກ​ຍູ້, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ຫາ​ປາ ແລະ ປູກ​ລ້ຽງ​ສິນ​ໃນ​ນ້ຳ

ອາຊຽນ ຍາມໃດກໍ່ຖືການຮ່ວມມືໃນຂົງເຂດສິນໃນນ້ຳເປັນສຳຄັນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດ ໃນການເຊື່ອມໂຍງດ້ານເສດຖະກິດ, ພ້ອມທັງສວມບົດບາດສຳຄັນໃນການຄ້ຳປະກັນ ສະບຽງອາຫານ.
ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 7 ມີນາ, ໃນຂອບເຂດກອງປະຊຸມຄັ້ງທີ 55 ຂອງ ສະພາສິດທິມະນຸດ ສປຊ ຢູ່ ເຊີແນວ, ປະເທດ ສະວິດ, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າ ອາຊຽນ ກ່າວຄຳເຫັນທີ່ວາລະໂອ້ລົມສົນທະນາ ກັບນັກລາຍງານພິເສດຂອງ ສປຊ ກ່ຽວກັບສິດທິດ້ານສະບຽງອາຫານ, ດ້ວຍຫົວຂໍ້ກ່ຽວກັບການຂຸດຄົ້ນສິນໃນນ້ຳ ແລະ ຮັບປະກັນສິດທິສະບຽງອາຫານ.

ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ຢັ້ງຢືນວ່າ ອາຊຽນ ຍາມໃດກໍ່ຖືການຮ່ວມມືໃນຂົງເຂດສິນໃນນ້ຳເປັນສຳຄັນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດ ໃນການເຊື່ອມໂຍງດ້ານເສດຖະກິດ, ພ້ອມທັງສວມບົດບາດສຳຄັນໃນການຄ້ຳປະກັນ ສະບຽງອາຫານ, ຊຸກຍູ້ພື້ນຖານເສດຖະກິດ ແລະ ໜູນຊ່ວຍການຫາເງິນລ້ຽງຊີບໃນທົ່ວພາກພື້ນ ອາຊຽນ. ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ ໄດ້ແບ່ງປັນຫຼາຍຂໍ້ລິເລີ່ມ ຂອງອາຊຽນ ເພື່ອແນໃສ່ ໜູນຊ່ວຍການເຄື່ອນໄຫວຂອງ ຊາວປະມົງທີ່ມີຂອບຂະໜາດນ້ອຍ, ແບ່ງປັນຖະແຫຼງການຂອງບັນດາການນຳອາຊຽນ ກ່ຽວກັບການເພີ່ມທະວີ ການຄ້ຳປະກັນ ສະບຽງອາຫານ ແລະ ທາດໂພຊະນາການ ເພື່ອຮັບມືກັບວິກິດການ ເຊິ່ງໄດ້ຮັບຮອງເອົາເມື່ອເດືອນກັນຍາ 2023, ທ່ານເນັ້ນໜັກເຖິງຄຳໝັ້ນສັນຍາໃນການສ້າງເງື່ອນໄຂເຂົ້າເຖິງແຫຼ່ງເງິນໃຫ້ແກ່ຊາວປະມົງ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top