• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ຍົກ​ສູງ​ປະ​ສິດ​ທິ​ຜົນ​​ບັນ​ດາ​ໂຄງ​ການ​ທີ່​ໄດ້​ລົງ​ນາມ​ກັບ​ທະ​ນາ​ຄານ​ໂລກ

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ.
ການເຮັດວຽກລະຫວ່າງທ່ານທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ກັບ ທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ (ພາບ: vpcp.chinhphu.vn)

ກ່າວຄຳເຫັນໃນການເຮັດວຽກກັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ ທີ່ຖືກຈັດຂຶ້ນຜ່ານທາງອອນລາຍໃນຕອນເຊົ້າວັນທີ 25 ມີນາ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງທະນາຄານໂລກ ກໍຄື ທ່ານນາງ Victoria Kwakwa ທີ່ມີຕໍ່ ຫວຽດນາມ. ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ແລ້ວ, ລັດຖະບານ ຫວຽດນາມ ຈະສືບຕໍ່ກຳນົດແຫຼ່ງກຳລັງໜູນຊ່ວຍ, ຂົງເຂດບຸລິມະສິດຂອງ ຫວຽດນາມ ແລະ ທະນາຄານໂລກ, ສ້າງບັນຊີລາຍຊື່ບັນດາໂຄງການອຸປະຖຳ ໄລຍະກາງ ແຕ່ປີ 2021 – 2025, ຊຸກຍູ້ຄວາມຄືບໜ້າປ່ອຍງົບປະມານໃຫ້ແກ່ບັນດາໂຄງການ, ຍົກສູງປະສິດທິຜົນຂອງບັນດາໂຄງການທີ່ໄດ້ລົງນາມກັບທະນາຄານໂລກ.

        ນະທີ່ນີ້, ທ່ານນາງ Victoria Kwakwa ສະແດງຄຳອວຍພອນ ຫວຽດນາມ ທີ່ໄດ້ຍົກອອກກຳນົດທິດຄຸ້ມຄອງ, ນຳໃຊ້ແຫຼ່ງທຶນ ODA ແລະ ບັນດາຂົງເຂດບຸລິມະສິດລົງທຶນ ພ້ອມທັງໃຫ້ຮູ້ວ່າ ທະນາຄານໂລກ ຊົມເຊີຍ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ເຮັດວຽກກັບ ຫວຽດນາມ ໃນບັນດາບັນຫາດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top