• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ກຽມ​ພ້ອມ​​ຮ່ວມ​ມື​ກັບ​ບັນ​ດາ​ສະ​ມາ​ຊິກ APEC ເພື່ອ​ຮັບ​ມື​ກັບ​​ສິ່ງ​ທ້າ​ທາຍ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

ຕາມທ່ານ ຫງວຽນຮົ່ງຢຽນແລ້ວ, ໃນສະພາບການຫຼາຍພື້ນຖານເສດຖະກິດຕ້ອງນຳໃຊ້ການແຍກຫ່າງໃນສັງຄົມ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, APEC ຄວນເພີ່ມທະວີການຮ່ວມມືກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ການຄ້າດີຈີຕອນ ແລະ ອິນເຕີແນັດ, ຮັບປະກັນພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ດີຈີຕອນຢ່າງມີປະສິດທິຜົນ.
ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ (ພາບ: TTXVN)

ບັນດາພື້ນຖານເສດຖະກິດ ສະມາຊິກ APEC ຕ້ອງ ສືບຕໍ່ການເຄື່ອນໄຫວດ້ານການຄ້າ, ການລົງທຶນແບບເສລີ ແລະ ເປີດ, ພ້ອມທັງ, ຜັນຂະຫຍາຍບັນດາຂໍ້ລິເລີ່ມ ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນ ຂອງລະບົບສະໜອງສິນຄ້າ ແລະ ການບໍລິການໃນພາກພື້ນ, ສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າທີ່ຈຳເປັນ. ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ APEC ຄັ້ງທີ 27 ທີ່ໄດ້ຈັດຕັ້ງທາງອອນລາຍໃນວັນທີ 5 ມິຖຸນາ ໃຫ້ຮູ້ວ່າ ເພື່ອຮັບປະກັນເສດຖະກິດພັດທະນາ ແລະ ຮັກສາສະຖຽນລະພາບທາງສັງຄົມ, ບັນດາພື້ນຖານເສດຖະກິດ ສະມາຊິກ APEC ຕ້ອງຮ່ວມແຮງຮ່ວມໃຈ, ຕັດສິນໃຈຮັກສາການຄ້າ, ການລົງທຶນແບບເສລີ ແລະ ເປີດ, ເພີ່ມທະວີການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ, ຮັບປະກັນບົດບາດນຳພາຂອງ APEC ຢູ່ອາຊີ - ປາຊີຟິກ.

ຕາມທ່ານ ຫງວຽນຮົ່ງຢຽນແລ້ວ, ໃນສະພາບການຫຼາຍພື້ນຖານເສດຖະກິດຕ້ອງນຳໃຊ້ການແຍກຫ່າງໃນສັງຄົມ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, APEC ຄວນເພີ່ມທະວີການຮ່ວມມືກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ການຄ້າດີຈີຕອນ ແລະ ອິນເຕີແນັດ, ຮັບປະກັນພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ດີຈີຕອນຢ່າງມີປະສິດທິຜົນ, ຍົກສູງກຳລັງຄວາມສາມາດດີຈີຕອນ ໃຫ້ແກ່ວິສາຫະກິດ ແລະ ແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນກຸ່ມຄົນທີ່ມີຄວາມສ່ຽງຄື: ແມ່ຍິງ ແລະ ຄົນພິການ.

ສຳລັບບັນດາບັນຫາຮີບດ່ວນຄືໃນປັດຈຸບັນ ແມ່ນຜະລິດ ແລະ ແຈກຢາຍວັກຊິນ, ທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຢັ້ງຢືນສະໜັບສະໜູນໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມື APEC, ຊ່ວຍຮັບປະກັນ ແລະ ຜະລິດສັກວັກຊິນຢ່າງປອດໄພ, ມີປະສິດທິຜົນ, ຍຸຕິທຳ ແລະ ທັນກັນ, ຫຼຸດຜ່ອນບັນດາຮົ້ວກີດຂວາງ ກ່ຽວກັບຊັບສິນທາງປັນຍາ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຖ່າຍທອດເຕັກໂນໂລຢີການຜະລິດວັກຊິນ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top